ສະຫຼຸບຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໄລຍະ 5 ປີ (2016-2020) ແລະ ປະກາດເນື້ອໃນແຂ່ງຂັນຮອດປີ 2025 ຂອງຄະນະໂຄສະນາອົບຮົມແຂວງ

ວັນທີ 11 ກັນຍາ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ສະຫຼຸບຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໄລຍະ 5 ປີ (2016-2020) ແລະ ປະກາດເນື້ອໃນແຂ່ງຂັນຮອດປີ 2025 ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ພະນົມວັນ ທອງປັນຍາ ຮອງຫົວໜ້າຂະແໜງຄຸ້ມຄອງ ເອກະສານແຂ່ງຂັນ ແລະ ຍ້ອງຍໍ ພະແນກພາຍໃນແວງ, ມີຄະນະໂຄສະນາອົບຮົມຫົວໜ້າ-ຮອງຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ທ່ານ ນາງ ຈັກສະໄໝ ວິໄລສານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບການຈັດ ຕັ້ງປະຕິບັດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ປີ 2016-2020 ແລະ ທິດທາງແຜນການຮອດປີ 2025 ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈ ໃສ່ ຂອງຄະນະນໍາ ຄະນະໂຄສະນາອົບຮົມແຂວງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ; ໄດ້ເປັນເຈົ້າການໂຄສະນາ-ປາຖະກະຖາ, ວັນສໍາຄັນຂອງພັກ, ຂອງຊາດ ແລະ ສາກົນໄດ້ 385 ຄັ້ງ, ມີຜູ້ເຂົ້າຮ່ວມ 61,215 ເທື່ອຄົນ, ຍິງ 16,875 ເທື່ອຄົນ, ມີສະມາຊິກພັກ 27,801 ເທື່ອສະຫາຍ, ຍິງ 15,198 ເທື່ອສະຫາຍ, ຝຶກອົບຮົມວຽກງານປາຖະກະຖາໃຫ້ພະນັກງານນຳພາຢູ່ 2 ເມືອງຄື: ເມືອງກະລຶມ ແລະ ເມືອງດາກຈຶງ ຜູ້ເຂົ້າຮ່ວມທັງໝົດ 115 ທ່ານ, ຍິງ 30 ທ່ານ, ເອົາໃຈໃສ່ຜັນຂະຫຍາຍເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ແກ່ພະນັກ ງານ, ສະມາຊິກພັກຜູ້ທີ່ເຮັດວຽກງານການເມືອງ-ແນວຄິດຢູ່ຂັ້ນແຂວງຂັ້ນເມືອງ ແລະ ກຸ່ມບ້ານພັດທະນາ ມີຜູ້ເຂົ້າຮ່ວມ 8,348 ເທື່ອສະຫາຍ, ຍິງ 2,933 ເທື່ອສະຫາຍ, ເປີດຮຽນສະໜັບສະໜູນ ໃຫແກ່ມະຫານຊົນທີ່ຈະຂະຫຍາຍເຂົ້າພັກໄດ້ 167 ທ່ານ, ຍິງ 78 ທ່ານ, ຝຶກອົບ ຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາໃຫ້ອຳນາດການປົກຄອງບ້ານຢູ່ເມືອງດາກຈຶງມີຜູ້ເຂົ້າຮ່ວມ 67 ທ່ານ, ຍິງ 6 ທ່ານ, ຮັບປຶ້ມວາລະສານໂຄສະນາ ແລະ ວາລະສານອາລຸນໃໝ່ຈໍານວນ 3,076 ເຫຼັ້ມ; ໄດ້ເອົາໃຈໃສ່ຕິດຕາມ ເກັບກໍາຂໍ້ມູນ, ສັງລວມສະພາບແນວຄິດ-ຫາງສຽງສັງຄົມ, ຄົ້ນຄວ້າ, ວິເຄາະ, ວິໄຈແລະ ຊອກວິທີແກ້ໄຂສິ່ງທີ່ຫຍໍ້ທໍ້ໃຫ້ທັນການ ພ້ອມທັງສະຫຼຸບປະຈໍາ 1 ເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ ລາຍງານໃຫ້ຄະນະປະຈໍາພັກແຂວງ, ຄະນະໂຄສະນາອົບຮົມສູນກາງພັກເປັນປົກກະຕິ, ສ້າງຕາໜ່າງເພື່ອຮ່ວມງານໄດ້ທັງໝົດ 99 ທ່ານ, ຍິງ 13 ທ່ານ, ຝຶກອົບຮົມວຽກງານງານຫາງສຽງ-ສັງຄົມໃຫ້ຕາໜ່າງເພື່ອນຮ່ວມງານ ຢູ່ຂັ້ນເມືອງໄດ້ 2 ຄັ້ງມີຜູ້ເຂົ້າຮ່ວມທັງໝົດ 112 ທ່ານ, ຍິງ 15 ທ່ານ, ເກັບກຳຂ່າວ, ຮູບພາບການເຄື່ອນ ໄຫວວຽກງານຂອງຄະນະໂຄສະນາ ແລະ ການເຄື່ອນໄຫວຕ່າງໆພາຍໃນແຂວງ, ຂຽນຂ່າວລົງເວັບໄຊສ, ແລກປ່ຽນຖອດຖອນບົດຮຽນ ວຽກງານໄອທີຢູ່ຕາງແຂວງ 1 ຄັ້ງ, ຈັດຝຶກອົບຮົມຄວາມຮູ້ພື້ນຖານທາງດ້ານການນໍາໃຊ້ຄອມພິວເຕີ, ລະ ບົບອິນເຕີເນັດໃຫ້ພະນັກງານວິຊາການພາຍໃນຄະນະໂຄສະນາອົບຮົມແຂວງ 1 ຄັ້ງ, ມີຜູ້ເຂົ້າຮ່ວມ 5 ທ່ານ, ຍິງ 5 ທ່ານ; ສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ຂອງບຸກຄົນ ແລະ ກົມກອງຄະນະໂຄສະນາອົບຮົມແຂວງດັ່ງນີ້:

  • ຫຼຽນໄຊແຮງງານຊັ້ນ II ມີ 3 ທ່ານ
  • ຫຼຽນໄຊແຮງງານ ຊັ້ນ III ມີ 3 ທ່ານ
  • ຫຼຽນກາແຮງງານ I ກົມກອງ
  • ໃບຍ້ອງຍໍລັດຖະບານ ມີ 10 ທ່ານ
  • ໃບຍ້ອງຍໍເຈົ້າແຂວງ ມີ 6 ທານ.

ພ້ອມກັນນັ້ນ ທ່ານ ແສງຄໍາ ສຸວັນແດງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານ ຂໍ້ຕົກລົງ ສະບັບເລກທີ 31/ຄອຮ.ຂ,  ລົງວັນທີ 5 ກັນຍາ 2024 ວ່າດ້ວຍແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນຍ້ອງຍໍ “ຮັກຊາດ ແລະ ພັດທະນາ”  ແລະ ຂໍ້ຕົກລົງ ສະບັບເລກທີ 32/ຄອຮ.ຂ,  ລົງວັນທີ 5 ກັນຍາ 2024 ວ່າດ້ວຍການຮັບຮອງເນື້ອໃນການແຂ່ງຂັນ ພ້ອມທັງຜ່ານແຜນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຂອງຄະນະໂຄສະນາອົບຮົມແຂວງ ແຕ່ປີ 2021 ຮອດ 2025; ຫຼັງຈາກຜ່ານຂໍ້ຕົກລົງແລ້ວ ພະນັກງານ-ລັດຖະກອນ ພາຍໃນຄະນະອົບຮົມແຂວງ ໄດ້ພ້ອມພຽງກັນ ຈັບມືເພື່ອຮັບຮອງ ແລະ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນໃຫ້ປະ ສົບຜົນສຳເລັດໃນຕໍ່ໜ້າ.

ຕອນທ້າຍ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ມີຄຳເຫັນໃຫ້ທິດນຳ ຕໍ່ກອງປະຊຸມດັ່ງກ່າວ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ ການນໍາພາ-ຊີ້ນຳຈັດຕັ້ງປະຕິບັດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ”  ຂອງຄະນະໂຄສະ ນາອົບຮົມແຂວງ ໃນໄລຍະ 5 ປີຜ່ານມາ ຈົນສາມາດຍາດໄດ້ຜົນສຳເລັດອັນພົ້ນເດັ່ນຫຼາຍດ້ານເຊັ່ນ: ດ້ານວິຊາການ, ວິຊາສະເພາະ ຕິດພັນກັບຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ; ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ ຄະນະນຳ, ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດແຜນດຳເນີນງານ ຂອງຕົນໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້, ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງຂຶ້ນ ເພື່ອຕັ້ງໜ້າເຂົ້າຮ່ວມ ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ບັນລຸ 4 ຄາດໝາຍທີ່ໄດ້ວາງໄວ້.

 

 

                                                               ຫົວໜ້າຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa