ຫົວໜ້າຄະນະໂຄສະນາອົບຮົບແຂວງ ລົງຊີ້ນຳການຕ້ານ ແລະ ສະກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍ

ວັນທີ 5 ສິງຫາ 2024 ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລົງຊຸກຍູ້ວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໄຂ້ຍຸງລາຍຢູ່ບ້ານໂມ, ເມືອງລະມາມ, ແຂວງເຊກອງ; ໂດຍມີທ່ານ ດຣ ລັດສະໝີ ສຸພັນທອງ ອໍານວຍການໂຮງໝໍແຂວງ, ທ່ານ ຄຳໝັ້ນ ຈັນທະຈັກ ຫົວໜ້າໜ່ວຍງານບໍລິຫານ-ຫ້ອງການແຜນການ ແລະ ການລົງທຶນເມືອງລະມາມ ພ້ອມດ້ວຍຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍຂັ້ນແຂວງ ສົມທົບກັບ ອົງການຈັດຕັ້ງຂອງບ້ານ.

ໂດຍປະຕິບັດຕາມຄໍາສັ່ງແນະນໍາ ຂອງເຈົ້າແຂວງ ສະບັບເລກທີ 27/ຊກ, ລົງວັນທີ 02 ສິງຫາ 2024 ກ່ຽວກັບການເອົາໃຈໃສ່ເຮັດອະນາໄມໃນຂອບເຂດສໍານັກງານພະແນກການ, ຫ້ອງການ, ເຮືອນຊານສະຖານທີ່ ສາທາລະນະ, ດິນເປົ່າຫວ່າງຮົກເຮື້ອ, ເພື່ອເປັນການຕ້ານ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດໄຂ້ຍຸງລາຍ ທີ່ກຳລັງແຜ່ລະບາດ ພາຍໃນແຂວງເຊກອງຂອງພວກເຮົາ, ທັງເປັນການຮ່ວມແຮງຮ່ວມໃຈໃນການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ແຜ່ຂະ ຫຍາຍອອກສູ່ວົງກວ້າງ ແລະ ເພີ່ມຄວາມຮຸນແຮງຂອງການເຈັບເປັນ ແລະ ການເສຍຊີວິດ, ທັງເປັນການ ປຸກລະດົມການມີສ່ວນຮ່ວມຂອງຫຼາຍພາກສວ່ນໃນສັງຄົມໃຫ້ມີຄວາມເຂົ້າໃຈ ແລະ ເປັນເຈົ້າການຮັກສາສິ່ງແວດລ້ອມ, ກໍາຈັດໜອນນໍ້າຍຸງລາຍ ເຊິ່ງເປັນພາຫານະນໍາເຊື້ອ ໃຫ້ຫຼຸດໜອ້ຍຖອຍລົງກ້າວໄປສູ່ການບໍ່ມີຍຸງລາຍໃນຕໍ່ໜ້າ ດັ່ງນັ້ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ພ້ອມດ້ວຍຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍຂັ້ນແຂວງ ຈຶ່ງໄດ້ລົງແນະນຳອຳນາດການປົກຄອງ ຂອງບ້ານຕ້ອງເປັນເຈົ້າການໃນການຊຸກຍູ້ຕິດຕາມ, ນໍາພາບັນດາຫົວໜ້າໜ່ວຍ, ຫົວໜ້າຈຸ, ພໍ່ແມ່ປະຊາຊົນໃນການອະນາໄມເຮືອນຊານ, ເຄຫາສະຖານຂອງຕົນ, ໝັ່ນປ່ຽນຖ່າຍນໍ້າ, ປິດຝາພາສະນະບັນຈຸນໍ້າ, ໃສ່ຢາຂ້າໜອນນໍ້າ, ສໍາຫຼວດ-ທໍາລາຍໜອນນໍ້າພາຍໃນເຮືອນຕົນ, ນໍາພາພໍ່ແມ່ປະຊາຊົນອອກແຮງງານລວມ, ສ້າງຂະ ບວນການທໍາລາຍທີ່ຢູ່ອາໃສແຫຼ່ງເພາະພັນໜອນນໍ້າຍຸງລາຍ, ຕິດຕາມເກັບກຳຂໍ້ມູນການເຈັບເປັນ ຂອງພໍ່ແມ່ປະຊາຊົນພາຍໃນບ້ານ ພ້ອມທັງໃຫ້ອາສາສະໝັກບ້ານລາຍງານໃຫ້ແກ່ສຸກສາລາ ຫຼື ຫ້ອງການສາທາລະນະສຸກເມືອງ, ເພື່ອສັງລວມລາຍງານໃຫ້ແກ່ທ່ານເຈົ້າເມືອງ ແລະ ພະແນກສາທາລະນະສຸກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa