ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວຊີ້ນຳວຽກງານກະກຽມກອງປະຊຸມໃຫຍ່  3 ຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢູ່ ແຂວງເຊກອງ

 ວັນທີ 23 ກໍລະກົດ 2024 ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ເຄື່ອນໄຫວຊີ້ນໍາວຽກງານກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ກະກຽມຄວາມພ້ອມໃນການເປີດກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດ ສາດສຳຄັນ ຂອງພັກ-ຂອງຊາດ. ໂດຍການຕ້ອນຮັບ ຂອງທ່ານ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງເຊກອງ, ມີປະທານ-ຮອງປະທານສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແລະ ກອງບັນຊາການປ້ອງກັນຊາດແຂວງ, ຫົວໜ້າຫ້ອງວ່າການແຂວງ, ພ້ອມດ້ວຍຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ທ່ານ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງ ໄດ້ລາຍງານກ່ຽວກັບການນໍາພາ-ຊີ້ນໍາຕໍ່ກອງປະຊຸມໂດຍທ່ານໄດ້ຍົກໃຫ້ເຫັນ ຄວາມເປັນເຈົ້າການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງລັດຖະ ບານ ແລະ ທ້ອງຖິ່ນວາງອອກ, ໄດ້ດຳເນີນກອງປະຊຸມວຽກງານການເມືອງ-ແນວຄິດໃນທົ່ວແຂວງ, ຄະນະພັກທຸກຂັ້ນໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ປາຖະກະຖາມູນເຊື້ອວັນສຳຄັນຂອງພັກ, ຂອງຊາດ ແລະ ສາກົນເປັນປົກກະຕິຕໍ່ເນື່ອງ ເຊັ່ນ: ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ວັນສ້າງຕັ້ງແຂວງເຊອງ ຄົບຮອບ 40 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ; ສ້າງໜ່ວຍພັກສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຖືຄຸນນະພາບເປັນກົກ; ປະຈຸບັນທົ່ວແຂວງ ມີສະມາຊິກພັກທັງໝົດ 10.864 ສະຫາຍ, ຍິງ 2.740 ສະຫາຍ, ອອກນິຕິກໍາກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກອ້ອມຂ້າງແຂວງ, ອົງຄະນະພັກສອງກຳລັງປະກອບອາວຸດ ແລະ ອົງຄະນະພັກ 4 ເມືອງ, ເຊິ່ງບັນດາຮາກຖານພັກສຳນັກງານ-ອົງການ 4 ເມືອງ ໄດ້ສໍາເລັດກອງປະຊຸມໃຫຍ່ຂັ້ນຂອງຕົນ 70,58%, ຮາກຖານພັກຂັ້ນບ້ານແມ່ນໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ຂອງຕົນ 100%, ແຕ່ລະບ້ານແມ່ນຄວບຕຳແໜ່ງເລຂາພັກ-ນາຍບ້ານ, ສ່ວນຮາກຖານພັກບັນດາສຳນັກ ງານ-ອົງການຂັ້ນແຂວງ ກຳລັງຂຸ້ນຂ້ຽວກະກຽມ-ດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ຄາດວ່າທ້າຍປີ 2024 ການດໍາເນີນກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງແຂວງສໍາເລັດ ແລະ ຕົ້ນປີ 2025 ກອງປະຊຸມໃຫຍ່ອົງຄະນະພັກເມືອງ 4 ເມືອງແມ່ນໃຫ້ສໍາເລັດ; ການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສາມາດຢັບຢັ້ງການເກີດວິກິດການຮ້າຍແຮງດ້ານເສດຖະກິດ, ທັງສາມາດຮັກສາການເຕີບໂຕດ້ານເສດຖະກິດໂດຍສະເລ່ຍ ປີ 2021 ບັນລຸ 3,3%, ປີ 2022 ບັນລຸ 4%, ປີ 2023 ບັນລຸ 5,5% ສະເລ່ຍ 3 ປີ ບັນລຸໄດ້ 4,2%, 6 ເດືອນຕົ້ນປີ 2024 ບັນລຸ 6%, ການສ້າງຖານການຜະລິດ ເພື່ອທົດແທນການນໍາເຂົ້າ ແມ່ນສາມາດກຸ້ມຕົນເອງເຊັ່ນໄຂ່, ຊີ້ນໝູ, ຊີ້ນງົວ-ຄວາຍ ແລະ ພືດຜັກຈຳນວນໜຶ່ງ, ການເກັບລາຍຮັບເຂົ້າງົບປະມານ ບັນລຸໄດ້ 234,30 ຕື້ກີບ, ປະຕິບັດໄດ້ 79% (ແຜນ 298,42 ຕື້ກີບ), ການນໍາເຂົ້າ-ສົ່ງອອກສິນຄ້າ ໄດ້ທັງໝົດ 1,14 ລ້ານໂດລາສະຫະລັດ, ທຽບໃສ່ແຜນປີປະຕິບັດໄດ້ 6,03% (ແຜນ 18,90 ລ້ານໂດລາ) ການສົ່ງອອກສ່ວນຫຼາຍແມ່ນກະແສໄຟຟ້າ, ຖ່ານຫີນ ແລະ ຜົນຜະລິດກະສິກໍາ ເຊັ່ນ: ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ກາເຟ, ພຶດຜັກ ແລະ ສັດໃຫຍ່ຈໍານວນໜຶ່ງ, ໃນ 6 ເດືອນຕົ້ນປີ 2024 ສາມາດສະຫຼຸບສັງລວມການລົງທຶນໄດ້ທັງໝົດ 320,26 ຕື້ກີບ, ທຽບໃສ່ແຜນ ປະຕິບັດໄດ້ 26,18% (ແຜນ 1.223  ຕື້ກີບ) ກວມເອົາ 10,47% ຂອງ GDP.

ໃນຕອນທ້າຍທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາຂອງແຂວງທຸກຂັ້ນ ທີ່ໄດ້ພ້ອມກັນສຸມໃສ່ ເຮັດໃຫ້ທົ່ວແຂວງເຊກອງ ມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ ແລະ ມີຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ຮັກສາການເຕີບໂຕທາງດ້ານເສດຖະກິດ;  ພ້ອມກັນນັ້ນທ່ານຍັງໄດ້ມີທິດຊີ້ນຳສໍາລັບການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ  ໃຫ້ແຕ່ງຕັ້ງຄະນະຮັບຜິດຊອບໂດຍແມ່ນເລຂາພັກແຂວງເປັນຜູ່ຊີ້ນຳ ເພື່ອແບ່ງຄວາມຮັບຜິດຊອບໃຫ້ເປັນອັນລະອຽດ, ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ທັນກັບສະພາບການ, ກະກຽມຈັດຕັ້ງປະຕິບັດການສະເຫຼີມສະຫຼອງໃຫ້ຕິດພັນກັບການກະກຽມກອງປະຊຸມ 3 ຂັ້ນຂອງພັກ ສ້າງຂະບວນການແຂ່ງຂັນສີລະປະ, ວັນນະຄະດີ ເພື່ອເຮັດໃຫ້ມີບັນຍາກາດຟົດຟື້ນ, ຄະນະໂຄສະນາອົບຮົມແຂວງຕ້ອງເປັນເຈົ້າການກະກຽມເອກະສານ ນິຕິກຳຕ່າງໆ ເພື່ອເຊື່ອມຊຶມຜັນຂະຫຍາຍໃຫ້ປະຊາຊົນບັນດາເຜົ່າທຸກຊັ້ນຄົນໄດ້ຮັບຮູ້, ເຂົ້າໃຈຄວາມໝາຍຄວາມສຳຄັນ ຂອງການສະເຫຼີມສະຫຼອງ 3 ວັນປະຫວັດສາດ ເພື່ອປຸກລະດົມຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa