ຮັບຮອງສະຫະພັນແມ່ຍິງໜ່ວຍຮາກຖານ ຄະນະໂຄສະນາອົບຮົງແຂວງ  ເປັນສະຫະພັນແມ່ຍິງໜ່ວຍຮາກຖານ 3 ດີ ໄລຍະທີ II

     ວັນທີ 15 ກໍລະກົດ 2024 ສະຫະພັນແມ່ຍິງໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ດີ ໄລຍະທີ II (2023-2024) ແລະ ເປີດບັ້ນເຊື່ອມຊຶມ, ແຂ່ງຂັນ 3 ດີປີ 2025 ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ນາງ ເພັດດາແກ້ວ ພົນສະລາດ ຮອງເລຂາໜ່ວຍພັກຮາກຖານ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ທ່ານ ນາງ ຈັນສະໄໝ ວິໄລສານ ປະທານສະຫະພັນແມ່ຍິງ   ໜ່ວຍຮາກຖານ, ມີໜ່ວຍຮາກຖານສະຫະພັນແມ່ຍິງກຸ່ມພັກ-ພະນັກງານ, ຄະນະໜ່ວຍອົງການຈັດຕັ້ງມະຫາຊົນພາຍໃນຄະນະໂຄສະນາ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ທ່ານ ນາງ ຈັນສະໄໝ ວິໄລສານ ປະທານສະຫະພັນແມ່ຍິງໜ່ວຍຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ໄລຍະທີ II (2023-2024) ເຊິ່ງຄະນະໜ່ວຍຮາກຖານໄດ້ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດໃຫ້ເອື້ອຍນ້ອງແມ່ຍິງພາຍໃນໜ່ວຍຮາກຖານເປັນປົກກະຕິ, ເປັນເຈົ້າການຮັກສາມູນເຊື້ອວັດທະນະທຳອັນດີງາມຂອງຊາດກໍຄືຂອງແມ່ຍິງລາວ ພັດທະນາຕົນເອງດ້ານຄວາມຮູ້ຄວາມສາມາດ ເຊິ່ງມັນສະແດງອອກສະມາຊິກໄດ້ໄປຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະຢ່າງຕໍ່ເນື່ອງ, ເອົາໃຈໃສເຕົ້າລວມສະມາຊິກຂອງຕົນ, ຮ່ວມຊີວິດການເມືອງ, ທັງເສຍເງິນສະຕິບຳລຸງເປັນປົກກະຕິ ເຊິ່ງໄລຍະ 2 ປີ ລວມເງິນສະຕິທັງໝົດ 1,020,000 ກີບ, ໃນນີ້ມອບໃຫ້ຕາມກົດລະບຽບ 340,000 ກີບ, ຫັກໄວ້ຄັງ 680,000 ກີບ, ໄດ້ປຸກລະດົມສະມາຊິກແມ່ຍິງເຂົ້າກອງທຶນປະກັນສັງຄົມ, ສ້າງກຸ່ມທ້ອນເງິນເພື່ອແກ້ໄຂຊ່ວຍເຫຼືອເຊິ່ງກັນ ແລະ ກັນເງິນກອງທຶນໝຸນ ວຽນທັງໝົດ 68, 487, 000 ກີບ ໄດ້ປ່ອຍໃຫ້ສະມາຊິກກູ້ຢືມຈໍານວນ 65,754,000 ກີບ, ໄດ້ດອກເບ້ຍທັງໝົດ 2,732,000 ກີບ, ຊຸກຍູ້ເອື້ອຍນ້ອງແມ່ຍິງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນກ່ວາເກົ່າ ໂດຍສະເພາະການສ້າງກິດຈະກຳທີ່ມີລາຍຮັບເຂົ້າສູ່ຄອບຄົວ, ເດັ່ນກວ່າໝູ່ແມ່ນຄອບຄົວ ທ່ານ ນາງ ພູລິນຕາ ດວງກັນຍາ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ 45,000,000/ປີ ນອກນັ້ນ; ຍັງມີຫຼາຍຄອບຄົວມີຄວາມຫ້າວຫັນໃນ ການສ້າງເສດຖະກິດຄອບຄົວຂອງຕົນ ເປັນຕົ້ນແມ່ນ ການປູກມັນ, ປູກຜັກ, ປູກເຂົ້າ ແລະ ລ້ຽງສັດ ເພື່ອສ້າງລາຍຮັບ ເຂົ້າຄອບຄົວ, ຄອບຄົວມີຄວາມຖືກຕ້ອງປອງດອງ ພ້ອມກັນສຶກສາອົບຮົມລູກຫຼານໃຫ້ເປັນເດັກດີ ຂອງພໍ່ແມ່, ສັງຄົມ ແລະ ປະເທດຊາດ, ຜົນງານດັ່ງກ່າວຄະນະໜ່ວຍພວກເຮົາຈິງສາມາດຄັດເລືອກໄດ້ສະມາຊິກສະຫະພັນແມ່ຍິງ 3 ດີໄດ້ດັ່ງນີ້: ສະມາຊິກສະຫະພັນແມ່ຍິງ 3 ດີປະເພດ 1 ມີ 13 ທ່ານ, ສະມາຊິກສະຫະພັນແມ່ຍິງ 3 ດີປະເພດ 2 ມີ 4 ທ່ານ.

ຈາກນັ້ນຕ່າງໜ້າຂະແໜງຈັດຕັ້ງສະຫະພັນແມ່ຍິງແຂວງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 569/ສຍຂ, ລົງວັນທີ 11 ກໍລະກົດ 2024 ວ່າດ້ວຍມອບໃບຍ້ອງຍໍ-ຊົມເຊີຍ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍແຂ່ງຂັນ 3 ດີ ໄລຍະທີ II (2023-2024) ສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມແຂວງ ຈຳນວນ 17 ໃບ, ໃບຍ້ອງຍໍ 13 ໃບ ແລະ ໃບຊົມເຊີຍ 4 ໃບ.

ໃນຕອນທ້າຍທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ຂອງຄະນະສະຫະພັນແມ່ຍິງໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງໃນໜ່ວຍຮາກຖານ ໃຫ້ຖືສຳຄັນຕໍ່ກັບວຽກງານ ຂອງອົງການ ຈັດຕັ້ງມະຫາຊົນ ໜຶ່ງໃນກໍແມ່ນວຽກງານຂໍແຂ່ງຂັນ 3 ດີເຊິ່ງເປັນວຽກງານທີ່ສຳຄັນ ຂອງສະຫະພັນແມ່ຍິງແຕ່ລະຂັ້ນ, ພ້ອມກັນຮັກສາມູນເຊື້ອວັດທະນະທຳອັນດີງາມ ຂອງຊາດກໍຄືຂອງແມ່ຍິງລາວ, ເຄົາລົບລະບຽບກົດໝາຍ ຂອງລັດ, ສືບຕໍ່ພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດ ຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະຢ່າງຕໍ່ເນື່ອງ, ສ້າງຄວາມຮັກແພງກົມກຽວເປັນອັນໜຶ່ງອັນດຽວພາຍໃນຄອບຄົວເພື່ອໃຫ້ຄອບຄົວມີຄວາມຜາສຸກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa