ເຊກອງສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (14 ເມສາ 1984 – 14 ເມສາ 2024)

ວັນທີ 4 ເມສາ 2024 ໄດ້ຈັດພິທີສະຫລອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ (14 ເມສາ 1984-14 ເມສາ2024) ໂດຍການໃຫ້ກຽດເຂົ້້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍບັນດາທ່ານກຳມະການສູນກາງພັກ, ລັດຖະມົນຕີ, ຮອງລັດຖະ ມົນຕີ, ຄະນະພັກ-ຄະນະນຳ ຂອງແຂວງເຊກອງ, ເຈົ້າແຂວງ, ຮອງເຈົ້າແຂວງ ຂອງ ສປປ ລາວ ແລະ ສສ ຫວຽດນາມ, ບັນດາທ່ານກົງສູນໃຫຍ່ ສສ ຫວຽດນາມ, ກົງສູນໃຫຍ່ຣາຊະນາຈັກກຳປູເຈຍ ປະຈຳນະຄອນປາກເຊ, ບັນດາທ່ານອະດີດການ ນໍາ, ພະນັກງານປະຕິວັດອາວຸໂສ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານ, ສະມາຊິກພັກ, ນັກທຸ ລະກິດພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງເຊກອງ ເຂົ້າຮ່ວມ.

ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເຈົ້າແຂວງໆເຊກອງ ໄດ້ກ່າວບົດປາໄສ ທ່ານໄດ້ຍົກໃຫ້ເຫັນເຖິງຜົນງານໃນການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະນຳໃນໄລຍະ 40 ປີຜ່ານມາ ເຊິ່ງໄດ້ພ້ອມກັນຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃຫມ່ຮອບດ້ານຢ່າງມີຫຼັກການຂອງພັກ, ເຮັດໃຫ້ການສ້າງສາພັດທະນາເສດຖະກິດ-ສັງຄົມກ້າວສູ່ຄຸນນະ ພາບໃຫມ່, ປະຊາຊົນໄດ້ຫັນປ່ຽນຈາກການທໍາມາຫາກິນແບບທໍາມະຊາດ ໄປສູ່ການຜະລິດເປັນສິນຄ້າເທື່ອລະກ້າວ, ເສດຖະກິດຂອງແຂວງຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ,  40 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງພວກເຮົາ ແລະ ມີຜົນງານອັນພົ້ນເດັ່ນ ຄືສາມາດຜ່ານພົ້ນຄວາມຫຍຸ້ງຍາກ ແລະ ການທົດສອບອັນລະອິດລະອ້ຽວ ຈົນ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ສໍາຄັນຫຼາຍ ອັນຕົ້ນຕໍແມ່ນຍ້ອນປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງເປັນປຶກແຜ່ນແຫນ້ນຫນາ, ຮ່ວມແຮງ, ຮ່ວມໃຈກັນເຊີດຊູຈິດໃຈຮັກຊາດ, ຮັກລະບອບໃຫມ່, ສ້າງຄວາມເຂັ້ມແຂງໃຫ້ຕົນເອງ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີເປັນເອກະພາບໃຫ້ເແໜ້ນແຟ້ນ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕີຂອງພວກສັດຕູ, ເຊີດຊູຈິດໃຈຮັດຊາດ ຮັກບ້ານເກີດເມືອງນອນຕິດພັນກັບການຮັກລະບອບໃໝ່ ພ້ອມທັງຫັນເອົາແນວທາງແຜນຕ່າງໆ, ມະຕິຕ່າງໆຂອງພັກໄປຈັດຕັ້ງປະຕິບັດເຂົ້້າໃນການປ່ຽນແປງໃໝ່ຢ່າງຕັ້ງໜ້າ.

ໃນໂອກາດອັນສະຫງ່າລາສີນີ້ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ພັກ-ລັດ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງຍາດມາໄດ້ ໃນຕະຫລອດໄລຍະເວລາ 40 ປີຜ່ານມາ; ການສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີແມ່ນເປັນວັນທີ່ມີຄວາມໝາຍຄວາມສຳຄັນໃນປະຫວັດສາດຂອງຊາດເວົ້າລວມ ເວົ້າສະເພາະແມ່ນປະຫວັດສາດການເຕີບໃຫຍ່ຂະຫຍາຍຕົວ ຂອງມູນເຊື້ອສູ້ຮົບພິລະອາດຫານ ແລະ ຄວາມເອກອ້າງທະນົງໃຈຂອງຊາວແຂວງເຊກອງຕໍ່ຜົນສຳເລັດທີ່ຍາດມາໄດ້; ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງ, ການຈັກຕັ້ງມະຫາຊົນ ແລະ ແນວລາວສ້າງຊາດພາຍໃນແຂວງ ເອົາໃຈໃສ່ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິງຂື້ນ ສ້າງການຫັ້ນປ່ຽນຢ່າງແຂງແຮງຮອບດ້ານ ບົນຈິດໃຈຮັບປະ ກັນທາດແທ້ຂອງລັດ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນຢ່າງແທ້ຈິງ; ເສີມຂະຫຍາຍທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນສ້າງພື້ນຖານການຜະລິດ, ການບໍລິການໃຫ້ເຂັ້ມແຂງ ຮັບປະກັນການພັດທະນາທີ່ຢືນຢົງ ເປັນເຈົ້າຕົນເອງ; ພັດທະ ນາຊັບພະຍາກອນມະນຸດ ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ ມີປະຊາທິປະໄຕ, ສິດສະເໝີພາບ ແລະ ຍຸດຕິທຳ; ຕັ້ງໜ້າປະຕິບັດຍຸດທະສາດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ; ເພີ່ມທະວີວຽກງານແນວໂຮມ ແລະ ວຽກງານມະຫາຊົນ ຂອງພັກເພື່ອຕອບສະໜອງການຂະຫຍາຍຕົວ ແລະ ຈັດຕັ້ງປະຕິບັດແນວທາງ ຂອງພັກໃນການເຕົ້າໂຮມຄວາມສາມັກຄີ ເພື່ອພັດທະນາເສດຖະກິດ-ສັງຄົມ, ປະຕິບັດບັນດາກົນໄກທາງດ້ານການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ, ຮັບປະກັນສິດເປັນເຈົ້າ ຂອງປະຊາຊົນ ສັງຄົມມີປະຊາທິປະໄຕ ແລະ ຍຸດຕິທຳ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa