ເຊກອງ ສະຫລຸບ-ຖອດຖອນບົດຮຽນ ແລະ ປະດັບຍ້ອງຍໍ ໃນບັ້ນສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ

ໃນວັນທີ 9 ກໍລະກົດ 2024 ແຂວງເຊກອງ ໄດ້ສະຫຼຸບ-ຖອດຖອນບົດຮຽນ ແລະ ປະດັບຍ້ອງຍໍ ຜົນງານ ສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ພາຍໃຕ້ການເປັນປະທານ ຂອງທ່ານ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງ, ມີອາດີດການນຳ, ຄະນະປະຈໍາພັກແຂວງ, ກຳມະ ການພັກແຂວງ, ຫົວໜ້າ-ຮອງພະແນກການ, ຜູ້ອຳນວຍການລັດວິສາຫະກິດ, ບັນດາຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານຕ່າງໆ, ຄະນະນຳ 4 ເມືອງ, ພະແນກການ ແລະ ເລຂາພັກບ້ານ-ນາຍບ້ານ 6 ບ້ານເຂົ້າຮ່ວມ.

ໃນກອງປະຊຸມ ທ່ານນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານຜົນສຳເລັດໃນການສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ ເຊິ່ງພິທີສະເຫຼີມສະ ຫຼອງວັນສ້າງຕັ້ງແຂວງເຊກອງ ແມ່ນໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ, ໃນ ວັນທີ 4 ເມສາ 2024 ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຄະນະນໍາຈາກສູນກາງ, ຄະນະນໍາຈາກສສ ຫວຽດນາມ(ນະຄອນດາໜັງ, ແຂວງກອນຕູມ, ແຂວງກວາງນາມ, ແຂວງເທື່ອທຽນເຫວ້), ເຈົ້າແຂວງຈຳປາສັກ, ເຈົ້າແຂວງສາລະວັນ ມີຄະນະນໍາຈາກບັນດາແຂວງອອ້ມຂ້າງ ຄື: ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ, ແຂວງຄໍາມ່ວນ, ແຂວງອັດຕະປື, ພ້ອມນັ້ນກໍມີ ການນຳ ຂອງແຂວງ, ສອງກຳລັງປະກອບອາວຸດ, ອະດິດການນຳ ຕະຫຼອດຮອດພະນັກງານ-ລັດຖະກອນ ແລະປະຊາຊົນຊາວແຂວງເຊກອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ຈາກນັ້ນ ທ່ານ ພັນສອນ ແສນສົ່ງເສີມ ຫົວໜ້າພະແນກພາຍໃນ ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 062/ປປທ, ລົງວັນທີ 2 ເມສາ 2024 ແລະ ສະບັບເລກທີ 304/ນຍລົງວັນທີ 28 ມິຖຸນາ 2024, ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 219/ນຍ, ລົງວັນທີ 1 ເມສາ 2024 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງເຊກອງ ສະບັບເລກທີ 152/ຊກ, ລົງວັນທີ 3 ກໍລະກົດ 2024 ວ່າດ້ວຍຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນຊ່ວຍເຫຼືອທຶນຮອນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ໃນນີ້, ພິທີສະຫຼຸບ-ຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ແຂວງເຊກອງ ໄດ້ຮັບຫຼຽນໄຊແຮງງານຊັ້ນ I ໃນການພັດທະນາຕະຫຼອດໄລຍະ 40 ປີ ຈໍານວນ 1 ໜ່ວຍ, ມອບຫຼຽນໄຊພັດທະນາ ຊັ້ນ III ໃຫ້ຜູ້ປະກອບການ ຈໍານວນ 4 ບໍລິສັດ, ຫຼຽນກາພັດທະນາ ຈໍານວນ 6 ບໍລິສັດ ແລະ ບຸກຄົນ 1 ທ່ານ, ໃບຍ້ອງຍໍທ່ານເຈົ້າແຂວງ ຈໍານວນ 4.510 ທ່ານ ແລະ ໃບຊົມເຊີຍເຈົ້າແຂວງ ຈໍານວນ 3.290 ທ່ານ, ມອບໃບຍ້ອງຍໍເຈົ້າແຂວງໃຫ້ແກ່ກົມກອງ, ບໍລິສັດທີ່ໄດ້ປະກອບສ່ວນດ້ານທຶນຮອນ 40 ບໍລິສັດ ແລະ ບຸກຄົນ 4 ທ່ານ, ໄດ້ຮັບໃບກຽດຕິຄຸນ 15 ບໍລິສັດ ແລະ ບຸກຄົນ 1 ທ່ານ.

ໃນຕອນທ້າຍທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ກ່າວຊົມເຊີຍຕໍ່ຜົນງານອັນຍິ່ງໃຫຍ່ທີ່ຍາດມາໄດ້ ໃນບັ້ນສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຍ້ອນໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກທຸກພາກສ່ວນ, ລວມທັງພະນັກງານ,ທະຫານ-ຕໍາຫຼວດ, ຜູ້ປະກອບການ, ນັກທຸລະກິດ ແລະ ປະຊາ ຊົນບັນດາເຜົ່າຊາວແຂວງເຊກອງເປັນຢ່າງດີ, ເຮັດໃຫ້ການກະກຽມ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງພວກເຮົາ ຄົບຮອບ 40 ປີ ມີເນື້ອໃນຄົບຖ້ວນເລິກເຊິ່ງ ແລະ ຖືກຕ້ອງຕາມຄວາມເປັນຈິງ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ ສຶບຕໍ່ປັບປຸງດ້ານເນື້ອໃນບົດມູນເຊື້ອເພື່ອຜະລິດປື້ມ 40 ປີ ແຫ່ງການສ້າງສາ ແລະ ພັດທະນາແຂວງເຊກອງ, ພ້ອມນັ້ນຕ້ອງເປັນເຈົ້າການເຜີຍແຜ່, ໂຄສະນາ, ຜົນສໍາເລັດໃຫ້ສັງຄົມຮັບຮູ້ເຂົ້າໃຈ, ຄວາມເປັນມາ, ດ້ວຍຫຼາຍຮູບການ, ຫຼາຍວິທີການຢ່າງກວ້າງຂວາງ ເຮັດໃຫ້ສັງຄົມ ແລະ ຄົນຮຸ້ນໃໝ່ໄດ້ສຶກສາຮໍ່າຮຽນເອົາບົດຮຽນອັນດີເດັ່ນຂອງຄົນຮຸ້ນກ່ອນ,ທັງເປັນການສຶກສາອົບຮົມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ສ້າງຄວາມພາກພູມໃຈໃນຜົນງານທີ່ຊາວແຂວງເຊກອງພວກເຮົາຍາດມາໄດ້ຕະຫຼອດໄລຍະ 40 ປີຜ່ານມາ ພາຍໃຕ້ການນໍາພາຂອງພັກ-ລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa