ວັນທີ 19 ມີນາ 2025 ເມືອງລະມາມ ໄດ້ຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ພາຍໃຕ້ການເປັນປະທານ ຂອງທ່ານ ຖາວອນ ພົມມະໄລລຸນ ອາດີດຄະນະປະຈໍາພັກແຂວງ, ອາດີດຮອງເຈົ້າແຂວງເຊກອງ, ມີທ່ານ ປອ ຕຸລາວັນ ວົງໄຊ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້້າເມືອງລະມາມ, ທ່ານ ບຸນທັນ ຈຸມຈັນທະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ-ຄະນະນຳ, ອຳນາດການປົກຄອງບ້ານ, ສອງກຳລັງປະກອບອາວຸດ ແລະ ພະນັກງານ-ລັດຖະກອນ ພາຍໃນເມືອງລະມາມເຂົ້າຮ່ວມ 139 ທ່ານ, ຍິງ 44 ທ່ານ.
ໃນພິທີ່ດັ່ງກ່າວຕ່າງໜ້າຄະນະຮັບຜິດຊອບ ເຄື່ອນໄຫວໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ໄດ້ຜ່ານ ແຈ້ງການ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 1229/ຄອສພ, ລົງວັນທີ 16 ທັນວາ 2024 ກ່ຽວກັບການຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ແລະ ຜ່ານຄຳສັ່ງແນະນຳ ຂອງຄະນະປະຈຳພັກແຂວງ ເລກທີ 01/ຄປພຂ, ລົງວັນທີ 20 ກຸມພາ 2025, ວ່າດ້ວຍການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ.
ພ້ອມກັນນັ້ນ ທ່ານ ປອ ຕຸລາວັນ ວົງໄຊ ໄດ້ກ່າວຕ້ອນຮັບ ອາດີດການນຳຂອງແຂວງ ແລະ ຄະນະຮັບຜິດຊອບ ເຄື່ອນໄຫວໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ທີ່ມາເຄື່ອນໄຫວວຽກງານດັ່ງກ່າວຢູ່ເມືອງລະມາມ ຈາກນັ້ນ ທ່ານຍັງໄດ້ ສະເໜີມູນເຊື້ອ ວັນສ້າງຕັ້ງພັກຄອມມູນິດຫວຽດນາມ ຄົບຮອບ 95 ປີ ( 3 ກຸມພາ 1930 – 3 ກຸມພາ 2025.
ໃນໂອກາດນີ້ ທ່ານ ຖາວອນ ພົມມະໄລລຸນ ໄດ້ໃຫ້ກຽດເລົ່າມູນເຊື້ອ ປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ ເຊິ່ງທ່ານໄດຍົກໃຫ້ເຫັນມູນເຊື້ອ ຂອງພັກປະຊາຊົນລາວ ຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດ 70 ປີ ຜ່ານມາ ພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ; ພັກໄດ້ຢຶດໝັ້ນ ຕໍ່ອຸດົມການສັງຄົມນິຍົມ ດ້ວຍການສ້າງ ແລະ ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ ໃນເງື່ອນໄຂໃໝ່ ພັກເຮົາໄດ້ສືບຕໍ່ ນໍາພາປະເທດຊາດຜ່ານຜ່າ ຄວາມຫຍຸ້ງຍາກສິ່ງທ້າທາຍທົດສອບຕ່າງໆ, ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ ມີຜົນສໍາເລັດເປັນກ້າວໆ ເຮັດໃຫ້ປະເທດເຮົາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ພື້ນຖານເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ທັນສະໄໝ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງບົດບາດຂອງປະເທດລາວ ໃນເວທີສາກົນນັບມື້ນັບສູງຂຶ້ນ ນອກຈາກການຊີ້ນໍາ-ນໍາພາ ອັນໜັກແໜ້ນຂອງພັກແລ້ວ ຍັງແມ່ນມາຈາກຄວາມພະຍາຍາມສູ້ຊົນ, ບາກບັ່ນຂອງທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ, ການເສຍສະຫຼະຊີວິດເລືອດເນື້ອເຫື່ອແຮງ, ສະຕິປັນຍາອັນສໍາຄັນ ຂອງຖັນແຖວພະນັກງານ-ສະມາຊິກພັກ, ນັກຮົບ ຕະຫຼອດຮອດປະຊາຊົນບັນດາເຜົ່າ, ມູນເຊື້ອວິລະຊົນ ແລະ ປະຫວັດສາດອັນສະຫວ່າງສະໄຫວຂອງພັກ.