ແຂວງເຊກອງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນລາວ


 ວັນທີ 21 ມີນາ 2025 ແຂວງເຊກອງໄດ້ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ(22 ມີນາ 1955-22 ມີນາ 2025) ທີ່ສະໂມສອນແຂວງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປະດັບຫຼຽນກາລະນຶກ ຂອງສະຫາຍ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະບັນຊາ ສອງກຳລັງປະກອບອາວຸດ, ຄະນະພັກ-ຄະນະນຳ 4 ຕົວເມືອງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກຮາກຖານ, ອາດີດການນຳຂັ້ນແຂວງ ແລະ ພະນັກງານອາວຸໂສປະຕິວັດເຂົ້າຮ່ວມ.


ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 418/ຄລສພ, ລົງວັນທີ 14 ມີນາ 2025, ວ່າດ້ວຍປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາພັດທະນາປະເທດຊາດຂອງແຂວງເຊກອງ ຕະຫຼອດໄລຍະຜ່ານມາ 564 ສະຫາຍ, ໃນນີ້ ສະມາຊິກພັກ ບຳນານ 149 ສະຫາຍ, ຍິງ 16 ສະຫາຍ ແລະ ສະມາຊິກພັກ ທີ່ຍັງປະຈໍາການ 415 ສະຫາຍ, ຍິງ 19 ສະຫາຍ ແລະ ປະຕິບັດຕາມຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ, ສະບັບເລກທີ 116/ຄຈສພ, ລົງວັນທີ 13 ມີນາ 2025, ວ່າດ້ວຍມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (25 ມີນາ 1955–25 ມີນາ 2025) ໃຫ້ພະນັກງານລັດຖະກອນ ຄະນະຂະແໜງຈັດຕັ້ງແຂວງເຊກອງ ແລະ 4 ຕົວເມືອງ ທີ່ມີຜົນງານ, ຄຸນງາມຄວາມດີ ໃນການປະກອບສ່ວນເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ 63 ສະຫາຍ, ຍິງ 23 ສະຫາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa