ໂທດ ແລະ ປະໂຫຍດ ຂອງການກິນໜໍ່ໄມ້

ໜໍ່ໄມ້ ມີຫຼາກຫຼາຍສາຍພັນ ທີ່ເຮົາສາມາດ ບໍລິໂພກໄດ້ ເຊັ່ນ: ໜໍ່ໄລ່, ໜໍ່ຊາງ, ໜໍ່ໄຜ່, ໜໍ່ພໍ່ຂົມ, ໜໍ່ຫົກ ແລະ ອື່ນໆ ທີ່ມີຄວາມແຕກຕ່າງກັນທາງດ້ານລັກສະນະ ແລະ ຂະໜາດລວມເຖິງລົດຊາດ ຂອງມັນ, ເຊິ່ງຄົນເຮົານິຍົມນໍາມາປຸງແຕ່ງເມນູອາຫານໄດ້ຫຼາກຫຼາຍຢ່າງ ແຕ່ໜໍ່ໄມ້ເປັນໜຶ່ງໃນລາຍຊື່ອາຫານ ທີ່ຄົນສ່ວນຫຼາຍເຊື່ອວ່າເປັນອາຫານທີ່ບໍ່ຄ່ອຍຈະມີປະໂຫຍດຕໍ່ຮ່າງກາຍ, ສະນັ້ນ ເພື່ອໄຂຂໍ້ຂ້ອງໃຈເຮົາມາສຶກສານຳກັນວ່າໂທດ ແລະ ປະໂຫຍດ ຂອງໜໍ່ໄມ້ມີຫຍັງແດ່?

ໜໍ່ໄມ້ ເປັນອາຫານທີ່ຜູກພັນກັບວິຖີຊີວິດ ຂອງຄົນລາວມາແຕ່ດົນນານ ສາມາດນໍາມາປຸງ ແຕ່ງອາຫານໄດ້ຫຼາຍເມນູ ແຕ່ວ່າການນໍາມາປຸງແຕ່ງເປັນອາຫານເມນູໃດກໍ່ຕາມ ເຮົາຄວນຄໍານຶງເຖິງໂທດ ແລະ ປະໂຫຍດຂອງມັນ; ເພື່ອໃຫ້ມີປະໂຫຍດຕໍ່ຮ່າງກາຍ ທຸກຄັ້ງທີ່ຈະນໍາມາປຸງແຕ່ງ ໜໍ່ໄມ້ຕ້ອງຜ່ານການຕົ້ມໃຫ້ສຸກກ່ອນຢ່າງໜ້ອຍໃຊ້ເວລາ 10 ນາທີ ເພາະອາດຈະມີການປົນເປື້ອນສານໄຊຍາໄນ ທີ່ມີອັນຕະລາຍຕໍ່ສຸຂະພາບ, ຫາກຮ່າງກາຍໄດ້ຮັບສານນີ້ ໃນປະລິມານຫຼາຍອາດ ຈະເປັນອັນຕະລາຍເຖິງຊີວິດໄດ້, ສໍາລັບໜໍ່ໄມ້ດອງຖ້າຂັ້ນຕອນການດອງບໍ່ສະອາດ ຈະກໍ່ໃຫ້ເກີດເຊື້ອແບັກທີເຣຍ Clostridium botulinum ຫາກນໍາມາປຸງແຕ່ງອາຫານດ້ວຍຄວາມຮ້ອນທີ່ບໍ່ພຽງພໍກໍຈະເຮັດໃຫ້ມີອາການຖອກທ້ອງ, ເມື່ອຍ, ເລີ່ມຊຶມຈາກລະບົບທາງເດີນອາຫານ ສູ່ລະບົບປະສາດອາດສົ່ງຜົນກະທົບຕໍ່ການເຮັດວຽກ ຂອງກ້າມຊີ້ນສ່ວນຕ່າງໆ ຂອງຮ່າງກາຍເຊັ່ນ: ກ້າມຊີ້ນໃບໜ້າ,ກ້າມຊີ້ນແຂນຂາອ່ອນເພຍ, ຫາຍໃຈບໍ່ອອກ ແລະ ອາດເປັນຕະລາຍເຖິງຊີວິດໄດ້. ເຖິງໜໍ່ໄມ້ທີ່ສະອາດ ແລະ ປຸງສຸກດ້ວຍຄວາມຮ້ອນປອດສານຕ່າງໆ ແລ້ວກໍ່ຕາມແຕ່ຍັງມີຜູ້ປ່ວຍບາງພະຍາດທີ່ບໍ່ຄວນບໍລິໂພກໜໍ່ໄມ້ໃນປະລິມານທີ່ຫຼາຍເກີນໄປເຊັ່ນ: ຜູ້ທີ່ເປັນພະຍາດໝາກໄຂ່ຫຼັງ.

ຈາກການລາຍງານ ຂອງ Food Standards Australia New Zealand (FSANZ) ປີ 2004 ກ່າວວ່າ: ໃນໂລກມີໜໍ່ໄມ້ປະມານ 1.200 ພັນແຕ່ສາມາດບໍລິໂພກໄດ້ສ່ວນໜ້ອຍ, ໃນແຕ່ລະພັນມີລະດັບສານໄຊຍາໄນ ຕາມທຳມະຊາດທີ່ແຕກຕ່າງກັນ, ບາງຊະນິດພົບວ່າ ມີປະລິມານສານໄຊຍາໄນສູງເຖິງ 8.000 ມິນລິກຼາມ ຕໍ່ກິໂລກຼາມ, ສ່ວນພັນທີ່ສາມາດນໍາມາບໍລິໂພກໄດ້ມີໄຊຍາໄນ ສະເລ່ຍ 1.000 ມິນລິກຼາມ ຕໍ່ກິໂລກຼາມ ດ້ວຍເຫດນີ້ທຸກຄັ້ງທີ່ນໍາໜໍ່ໄມ້ມາບໍລິໂພກຈຶ່ງຈໍາເປັນຕ້ອງຄໍານຶງເຖິງຄວາມສະອາດ ແລະ ຜ່ານການຕົ້ນໃຫ້ສຸກດີເສຍກ່ອນ, ຈຶ່ງຈະມີປະໂຫຍດຕໍ່ຮ່າງກາຍ.

ນອກນີ້ ຍັງມີຜູ້ປ່ວຍບາງພະຍາດທີ່ສາມາດຮັບປະທານໄດ້ ເຊັ່ນ: ຜູ້ປ່ວຍພະຍາດເບົາຫວານ, ພະຍາດຕັບ, ຄົນທີ່ມີບາດແຜຫຼັງເກີດລູກ, ນອກຈາກນີ້ແລ້ວ ໜໍ່ໄມ້ຍັງບໍ່ສາມາດເພີ່ມຄວາມສ່ຽງ ຕໍ່ການເກີດມະເຮັງໄດ້ແຕ່ຍັງມີກາກໄຍອາຫານສູງ ຊ່ວຍຫຼຸດຄວາມສ່ຽງການເກີດອາ ການຖອກທ້ອງ, ທີ່ສໍາຄັນໜໍ່ໄມ້ມີແຄລຣໍລີຕໍ່າຈຶ່ງເໝາະກັບຄົນທີ່ກຳລັງຄວບຄຸມນໍ້າໜັກ, ນອກຈາກນີ້ ຍັງມີໂປຣຕີນ, ໂພແທັກຊຽນ, ວິຕາມິນເອ ແລະ ແຄລຊ້ຽມອີກດ້ວຍ. ໜໍ່ໄມ້ຍັງຊ່ວຍໃຫ້ຮ່າງກາຍ ຜະລິດກົດອາມີໂນທີ່ຈຳເປັນຕໍ່ຮ່າງກາຍ, ທາງການແພດຈີນກ່າວວ່າ ໜໍ່ໄມ້ມີສັບພະຄຸນຊ່ວຍປັບຄວາມສົມດຸນໃນຮ່າງກາຍ ແລະ ຊ່ວຍແກ້ອາການຮ້ອນຕ່າງໆໄດ້ດີ

ນັກວິໄຈຊາວອິນເດຍກ່າວວ່າ: ໜໍ່ໄມ້ສາມາດເປັນສ່ວນປະສົມ ຂອງອາຫານເພື່ອສຸຂະພາບ, “ໜໍ່ໄມ້” ບໍ່ພຽງແຕ່ມີລົດຊາດແຊບເທົ່ານັ້ນແຕ່ຍັງອຸດົມໄປດ້ວຍສ່ວນປະກອບ ຂອງສານອາຫານທີ່ມີໂປຕີນເປັນສ່ວນໃຫຍ່, ຄາໂບໄຮເດດ, ເກືອແຮ່, ໃຍອາຫານ, ນໍ້າຕານ ແລະ ໄຂມັນຕໍ່າເຊິ່ງມີຄຸນຄ່າ ຂອງສານອາຫານໃນໜໍ່ໄມ້ປະລິມານ 100 ກຼາມ ຈະນີ ແຄລໍລີ Kcal 27, ໄຂມັນທັງໝົດ 0,3 ກຼາມ, ໄຂມັນອີ່ມຕົວ 0,1 ກຼາມ, ໄຂມັນບໍ່ອີ່ມຕົວ 0,1 ກຼາມ, ໂຊດຽມ 4 ມິນລິກຼາມ, ໂພແທສຊຽມ 533 ມິນລິກຼາມ, ຄາໂບໄຮເດດ 5g, ເສັ້ນໄຍອາຫານ 2,2 ກຼາມ, ນໍ້າຕານ 3 ກຼາມ, ໂປຕີນ 2,6 ກຼາມ, ວິຕາມິນເອ 20 IU ແລະ ແຄລຊຽນ 13 ມິນລິກຼາມ ທັງໝົດນີ້ລ້ວນແລ້ວແຕ່ເປັນສິ່ງທີ່ມີປະໂຫຍດຕໍ່ຮ່າງກາຍ.

 

ຂໍ້ມູນຈາກ: phakhaolao.la

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa