ໂຮງຮຽນການເມືອງ ແລະ ການປົກຄອງແຂວງເຊກອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງເຊກອງ ມອບໃບຢັ້ງຢືນ ໃຫ້ນັກສຶກສາ ທິດສະດີການເມືອງຂັ້ນກາງ ຮຸ່ນທີ II ແລະ ຂັ້ນຕົ້ນຮຸ່ນທີ IV

ວັນທີ 19 ກໍລະກົດ 2024 ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງເຊກອງ ໄດ້ມອບໃບຢັ້ງຢືນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງຮຸ່ນທີ II ແລະ ຂັ້ນຕົ້ນຮຸ່ນທີ IV; ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຄຳເຂືອງ ໄຊຍະເສນ ຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ຄະນະອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງ ສາລະວັນ, ຈຳປາສັກ, ອັດຕະປື, ຄະນະພັກ-ຄະນະນຳພະແນກການອ້ອມຂ້າງແຂວງ, ຄະນະນໍາ 3 ເມືອງ, ຄູ-ອາຈານ ພ້ອມດ້ວຍນັກສຶກສາ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງເຂົ້າຮ່ວມ.

ໃນພິທີ່ດັ່ງກ່າວທ່ານ ຄຳເຂືອງ ໄຊຍະເສນ ຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ລາຍງານຜົນສໍາເລັດ ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ຂັ້ນກາງ ຮຸ່ນທີ II ແລະ ຂັ້ນຕົ້ນ ຮຸ່ນທີ IV  ເຊິ່ງມີລາຍລະອຽດ ດັ່ງນີ້:

ຂັ້ນກາງ ຮຸ່ນທີ II ໄດ້ເລີ່ມການຮຽນ-ການສອນແຕ່ ວັນທີ 17 ມັງກອນ 2024 ເຖິງວັນທີ 2 ກໍລະກົດ 2024 ແມ່ນໄດ້ສໍາເລັດການປ້ອງກັນບົດລາຍງານຈົບຂັ້ນຢ່າງສົມບູນ ເຊິ່ງໃນຊຸດຮຽນນີ້ມີນັກສຶກສາ 54 ທ່ານ, ຍິງ 6 ທ່ານ, ໃນນັ້ນ ມາຈາກພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງມີ 36 ທ່ານ, ຍິງ 3 ທ່ານ, ມາຈາກຫ້ອງການ ຂອງ 4 ຕົວເມືອງ 17 ທ່ານ, ຍິງ 3 ທ່ານ; ພະນັກງານ-ລັດຖະກອນ ເຂົ້າຮ່ວມການຈັດຕັ້ງ ແລະ ຄຸ້ມຄອງຫຼັກສູດ ທິດສະດີການເມືອງຂັ້ນກາງ ທັງໝົດ 37 ທ່ານ, ຍິງ 12 ທ່ານ. ໃນນັ້ນ: ຄູ-ອາຈານຂຶ້ນຫ້ອງສິດສອນ 28 ທ່ານ, ຍິງ 8 ທ່ານ (ຄູ- ອາຈານຮັບເຊີນມີ 11 ທ່ານ, ຍິງ 2 ທ່ານ) ແລະ ພະນັກງານບໍລິຫານ 9 ທ່ານ, ຍິງ 5 ທ່ານ; ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນປະກອບດ້ວຍ 8 ກຸ່ມວິຊາ, ມີຈໍານວນ 13 ວິຊາ, ນໍາໃຊ້ເວລາທັງໝົດ 626 ຊົ່ວໂມງ, ຂຶ້ນຫ້ອງບັນລະຍາຍ 336 ຊົ່ວໂມງ, ກຽມສໍາມະນາ 54 ຊົ່ມໂມງ, ນອກນັ້ນຍັງໄດ້ນໍາພາໄປທັດສະນະສຶກສາ ເພື່ອເກັບກຳຂໍ້ມູນຂຽນບົດຈົບຂັ້ນ, ສະເລ່ຍຜົນການຮຽນໝົດຊຸດຮຽນ: ນັກສຶກສາຈັດປະເພດດີເດັ່ນຮອບດ້ານ = 43 ທ່ານ, ຍິງ 6 ທ່ານ ເທົ່າກັບ 79,63%, ນັກສຶກສາຮຽນດີ-ມີວິໄນ 11 ທ່ານ ເທົ່າກັບ 20,38%.

ຂັ້ນຕົ້ນ ຮຸ່ນ IV ໄດ້ເລີ່ມການຮຽນ-ການສອນ ແຕ່ວັນທີ 29 ມີນາ 2024 ເຖິງວັນທີ 9 ກໍລະກົດ 2024 ໄດ້ສໍາເລັດການປ້ອງກັນບົດລາຍງານຈົບຂັ້ນຕົ້ນ ຢ່າງສົມບູນ ເຊິ່ງ ໃນຊຸດຮຽນນີ້ມີນັກສຶກສາ 44 ທ່ານ, ຍິງ 13 ທ່ານ; ໃນນັ້ນ ມາຈາກພະແນກການອ້ອມຂ້າງແຂວງ 24 ທ່ານ, ຍິງ 7 ທ່ານ; ມາຈາກ 4 ຕົວເມືອງ 20 ທ່ານ, ຍິງ 6 ທ່ານ; ພະນັກງານ-ລັດຖະກອນເຂົ້າຮ່ວມການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງຫຼັກສູດ 31 ທ່ານ, ຍິງ 12 ທ່ານ; ໃນນັ້ນ ມີຄູ-ອາຈານຂຶ້ນຫ້ອງສິດສອນ 22 ທ່ານ, ຍິງ 7 ທ່ານ (ຄູ-ອາຈານຮັບເຊີນມີ 5 ທ່ານ, ຍິງ 1 ທ່ານ) ແລະ ພະນັກງານບໍລິຫານ 9 ທ່ານ, ຍິງ 5 ທ່ານ, ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະກອບດ້ວຍ 8 ກຸ່ມວິຊາ, ມີຈໍານວນ 11 ວິຊາ, ມີ 41 ບົດ ນໍາໃຊ້ເວລາທັງໝົດ 387 ຊົ່ວໂມງ, ໃນນັ້ນ ຂຶ້ນຫ້ອງບັນລະຍາຍ 212 ຊົ່ວໂມງ, ກຽມສໍາມະນາ 21 ຊົ່ວໂມງ,  ນອກນັ້ນຍັງໄດ້ນຳພາໄປທັດສະນະສຶກສາ ເພື່ອເກັບກຳຂໍ້ມູນຂຽນບົດຈົບຂັ້ນ ສະເລ່ຍຜົນການຮຽນໝົດຊຸດຮຽນ ນັກສຶກສາຈັດປະ ເພດດີເດັ່ນຮອບດ້ານ  33 ທ່ານ, ຍິງ 12 ຄົນ ເທົ່າກັບ 75%, ນັກສຶກສາຮຽນດີ-ມີວິໄນ  9 ທ່ານ, ຍິງ 1 ເທົ່າກັບ 20,45%, ນັກສຶກສາບໍ່ໄດ້ຈັດປະເພດ 2 ທ່ານເທົ່າກັບ 4,55%.

ໃນຕອນທ້າຍ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງການຮຽນ-ການສອນທິດສະດີການເມືອງ ຂອງຄະນະນຳໂຮງຮຽນ, ພະນັກງານຄູ-ອາຈານທັງພາຍໃນ ແລະ ຮັບເຊີນ, ຕະຫຼອດຮອດນັກສຶກສາທັງ 2 ຮຸ່ນ;  ທ່ານໄດ້ເນັ້ນໜັກໃຫ້ພະນັກງານຄູ-ອາຈານສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການສຸມເຫື່ອແຮງສະຕິປັນຍາ ຂອງຕົນເອງເຂົ້າໃນການສຶກສາ, ຄົ້ນຄວ້າ ແລະ ການສິດສອນສົ່ງຄວາມຮູ້ໃຫ້ແກ່ນັກສຶກສາຢ່າງເຕັມສ່ວນ ຕິດພັນກັບການຍົກພຶດຕິກໍາມາສົມທຽບ ໃຫ້ເຂົ້າກັບເງື່ອນໄຂຕົວຈິງໃນປະຈຸບັນ, ຕໍ່ກັບນັກສຶກສາທີ່ສໍາເລັດການສຶກສາ ແມ່ນໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເປັນຕົ້ນແມ່ນ ດ້ານຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນວິທີເຮັດວຽກ ເພື່ອກຽມພ້ອມໃຫ້ກາຍເປັນພະນັກງານນໍາພາ-ຄຸ້ມຄອງທີ່ມີຄຸນນະພາບ, ນໍາເອົາຄວາມຮູ້ທີ່ໄດ້ຮຽນໃນຄັ້ງນີ້ໄປໜູນໃຊ້ເຂົ້າໃນການປະຕິບັດວຽກງານໃຫ້ສອດຄອງຖືກຕ້ອງ ແລະ ມີວິທະຍາສາດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa