ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເຊກອງ ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ III

      ຕອນເຊົ້າຂອງວັນທີ 09 ສິງຫາ 2024 ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເຊກອງ ໄດ້ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ III ພາຍໃຕ້ການເປັນປະທານຮ່ວມ  ຂອງທ່ານ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິ ຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ,  ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຄໍາເຂືອງ ໄຊຍະເສນ ຮັກສາການຫົວໜ້າໂຮງ ຮຽນການເມືອງ ແລະ ການປົກຄອງແຂວງ, ແຂກຖືກເຊີນຈາກພະແນກການທີ່ກ່ຽວຂ້ອງ, ຄະນະອຳນວຍການໂຮງຮຽນ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາໃນຊຸດຮຽນດັ່ງກ່າວເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາເຂືອງ ໄຊຍະເສນ ຮັກສາການຫົວໜ້າໂຮງ ຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ລາຍງານຄວາມພ້ອມ ແລະ ແຜນການຈັດຕັ້ງປຕິບັດຫຼັກສູດການຮຽນ-ການສອນທິດສະດີການເມືອງຂັ້ນກາງ ຮຸ່ນທີ III ເຊິ່ງມີນັກ ສຶກສາທີ່ຈະເຂົ້າຮຽນທັງໝົດ 49 ທ່ານ, ຍິງ 11 ທ່ານ; ໃນນັ້ນ, ມາຈາກພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ 29 ທ່ານ, ຍິງ 7 ທ່ານ; ມາຈາກຫ້ອງການ 4 ຕົວເມືອງ 20 ທ່ານ, ຍິງ 4 ທ່ານ; ຄູ-ອາຈານສິດສອນໃນຊຸດຮຽນນີ້ມີ 20 ທ່ານ, ຍິງ 09 ທ່ານ, ໃນນັ້ນ, ຄູ-ອາຈານຮັບເຊີນ 11 ທ່ານ, ຍິງ 3 ທ່ານ ເຊິ່ງມາຈາກພະແນກການອ້ອມຂ້າງແຂວງ, ຄູ-ອາຈານພາຍໃນໂຮງຮຽນ; ໃຊ້ເວລາຮຽນທັງໝົດ 6 ເດືອນ ໃນນັ້ນ ປະກອບມີກຸ່ມວິຊາຮຽນຄື: ກຸ່ມວິຊາ ປັດຊະຍາມາກ-ເລນິນ ແລະ ວັດທະນະທໍາ; ກຸ່ມວິຊາ ເສດຖະສາດການເມືອງມາກ-ເລນິນ ແລະ ຄຸ້ມຄອງເສດຖະກິດ; ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາ, ພົວພັນສາກົນ, ສັງຄົມສາດ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ; ແນວຄິດ ໄກສອນ ພົມວິຫານ (ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທໍາ); ກຸ່ມວິຊາ ພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະ ກົດໝາຍ ແລະ ເຕັກ ນິກບໍລິຫານ; ກຸ່ມວິຊາ ປະຫວັດ ສາດພັກ ແລະ ກໍ່ສ້າງພັກ; ກຸ່ມວິຊາ ຍັງຄັບ ແລະ ຫົວຂໍ້ລາຍງານເພີ່ມ ແລະ ຍັງມີການຂຽນບົດຈົບຂັ້ນຕາມາດຕະຖານກຳນົດໄວ້.

ໂອກາດນີ້, ທ່ານ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ໃຫ້ທິດຊີ້ນໍາ ເຊິ່ງທ່ານໄດ້ເນັ້ນໃຫ້ນັກສຶກສາທຸກຄົນຕ້ອງຕັ້ງໃຈຄົ້ນຄວ້າຮ່ຳຮຽນທາງດ້ານທິດສະດີການເມືອງ, ຮັບຮູ້-ກໍາແໜ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ພ້ອມທັງໝຸນໃຊ້ຢ່າງປະດິດສ້າງ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເມື່ອ​ຈົບຫຼັກ​ສູດ​ບຳ​ລຸງ​ທິດ​ສະ​ດີ​ການ​ເມືອງ​ນີ້​ແລ້ວ ຕ້ອງຮັບປະກັນໃຫ້ໄດ້ 3 ເປັນ ແລະ 7 ຮູ້ຄື: ເປັນຄົນດີ, ເປັນຄົນເກັ່ງ, ເປັນຜູ້ຫ້າວຫັນປະຕິວັດ, ຮູ້ເຮັດວຽກ, ຮູ້ເສຍສະຫຼະ, ຮູ້ອັນຖືກ-ອັນຜິດ, ຮູ້ວາງແຜນ, ຮູ້ຈັດຕັ້ງປະຕິບັດແຜນຂອງກົມກອງທ້ອງຖິ່ນຕົນ, ຮູ້ການເຮັດວຽກ ທີ່ຖືກຫຼັກການ, ມີວິທະຍາສາດ, ປະດິດສ້າງ ແລະ ຮູ້ດໍາລົງຊີວິດທີ່ເປັນແບບຢ່າງ, ເປັນຕົວແບບໃຫ້ມະຫາຊົນຮັກແພງ, ນັບຖື ແລະ ໃຫ້ມະຫາຊົນເດີນຕາມ; ສໍາລັບຄູ-ອາຈານ ຕ້ອງໄດ້ຝຶກຝົນຫຼໍ່ຫຼອມຮອບດ້ານ, ເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດ, ຂໍ້ມູນວິທະຍາສາດ, ຄົ້ນຄວ້າຊອກເຫັນບັນຫາໃໝ່ໆ ໃຫ້ມີລັກສະນະຮອບດ້ານຈາກພຶດຕິກໍາຕົວຈິງ, ຈາກການຄົ້ນຄວ້າວິທະຍາສາດ, ເພື່ອມາຖ່າຍທອດໃຫ້ຜູ້ຮຽນ ສາມາດຮັບເອົາບັນຫາໃໝ່ໄດ້.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa