ໜ່ວຍພັກຮາກຖານ ທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງເຊກອງ ຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ແລະ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສະໄໝສຳຮອງ

ວັນທີ 22 ພະຈິກ 2023 ເວລາ 15:00 ໂມງ ໜ່ວຍພັກຮາກຖານ ທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງເຊກອງ ໄດ້ຈັດພິທີເລື່ອນສະມາຊິກພັກສະໄໝສຳຮອງຂື້ນເປັນສະມາຊິກພັກສົມບູນ ແລະ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕ່າງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ເລຂາ   ໜ່ວຍພັກ, ຮອງເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ຂອງໜ່ວຍພັກຮາກຖານຮາກຖານ ທະນາຄານການຄ້າຕ່າງ ປະເທດລາວ ສາຂາແຂວງເຊກອງ ເຂົ້າຮ່ວມທັງໝົດ 25 ສະຫາຍ, ຍິງ 11 ສະຫາຍ.

ໃນພິທີດັ່ງກ່າວ ຕ່າງໜ້າຈາກຄະນະຈັດຕັ້ງແຂວງ ໄດ້ຜ່ານ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 593/ຄປພຂ, ລົງວັນທີ 02/10/2023  ວ່າດ້ວຍເລື່ອນສະຫາຍ ສີຫາ ແກ້ວນະຄອນ ອາຍຸ 34 ປີ ຈາກສະມາຊິກພັກສຳຮອງ ຂື້ນເປັນສະມາຊິກພັກສົມບູນ ແລະ ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 594/ຄປພຂ.ຊກ  ລົງວັນທີ 02/10/2023 ວ່າດ້ວຍຮັບເອົາ ສະຫາຍ ປະມວນຊັບ ສຸລິວົງ ອາຍຸ 32 ປີ  ມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ເຊິ່ງຜູ້ກ່ຽວ ໄດ້ຜ່ານການຮຽນສະໜັບສະໜູນ ແລະ ກົດລະບຽບພັກ.

ຕອນທ້າຍ ຂອງພິທີ ສະຫາຍນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນຊົມເຊີຍຕໍ່ຜົນງານ  ແລະ ຄວາມເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ຂອງສະມາຊິກພັກສຳຮອງ ແລະ ມະຫາຊົນກ້າວໜ້າ ຈົນສາມາດເຮັດໃຫ້ການຈັດຕັ້ງເຊື່ອໝັ້ນ ແລະ ຂະຫຍາຍເຂົ້າເປັນສະມາຊິກພັກ, ເນັ້ນໜັກໃຫ້ສະມາຊິກພັກທຸກສະຫາຍສຶບຕໍ່ເສີມຂະຫຍາຍຄວາມສາມັກຄີພາຍໃນໜ່ວຍພັກ, ສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບສິດ, ໜ້າທີ່, ຂໍ້ຫ້າມ ຂອງສະມາຊິກພັກໃຫ້ເລິກເຊິ່ງ, ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານກໍ່ສ້າງ ແລະ ຂະຫຍາຍສະມາຊິກພັກ, ການເອົາໃຈໃສ່ຕິດຕາມ, ກວດກາ, ຊຸກຍູ້, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນພາຍໃນໜ່ວຍພັກ, ຮຽກຮ້ອງໃຫ້ຄະນະໜ່ວຍພັກ ຈົ່ງເຊີດຊູຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງໃຫ້ສໍາເລັດ, ເອົາໃຈໃສ່ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິກອງປະຊຸມໃຫຍ່ ຂອງພັກ, ເປັນເຈົ້າການປະຕິບັດແຜນການກໍ່ສ້າງຫນ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa