ພາຍໃຕ້ການນໍາພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງຂອງສັດຕູ ແລະ ໃນເຂດເປັນກາງເປັນຕົ້ນແມ່ນກຳມະກອນ, ຊາວນາ, ນັກຮຽນນັກສຶກສາໄດ້ພ້ອມກັນລຸກຮື້ຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ນັບຫລາຍ, ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ລາມກວ້າງອອກໄປຢ່າງໄວວາດ້ວຍຖ່ວງທ່າອັນແຂງແຮງ, ຟົດຟື້ນ, ດູດດຶງເຕົ້າໂຮມເອົາກໍາລັງໄດ້ຢ່າງຫຼວງຫຼາຍໃນໝູ່ຂ້າລາຊະການ, ຊາວຄ້າຂາຍ, ພະສົງສໍາມະເນນ, ນັບທັງນາຍ ແລະ ພົນທະຫານ, ຕຳຫຼວດໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ ເຊິ່ງຂະຫຍາຍຕົວເປັນກະແສຟອງສູງສຸດເຊັ່ນ: ການລຸກຮື້ຂຶ້ນຂອງກຳມະກອນໄຟຟ້າວຽງຈັນ; ການລຸກຮື້ຂຶ້ນຕໍ່ສູ້ຢ່າງໝັ້ນໜຽວ ທົນທານຕະຫລອດ 42 ວັນ ແລະ ຄືນ ຂອງປະຊາຊົນຊາວເມືອງໜອງບົກ ແຂວງຄໍາມ່ວນ ສາມາດຍາດເອົາສິດເປັນເຈົ້າ, ສ້າງຕັ້ງອໍານາດການປົກຄອງປະຕິວັດຂຶ້ນ; ການລຸກຮື້ຂຶ້ນປະກາດແຍກຕົວອອກຈາກຝ່າຍວຽງຈັນ ຂອງກອງພັນ 102 ມາຂຶ້ນກັບ ລັດຖະບານປະສົມໂດຍກົງ.
ໂດຍການປະສານສົມທົບຊ່ວຍຊູ ຈາກຂະບວນການຕໍ່ສູ້ຂອງມະຫາຊົນ, ກໍາລັງປະກອບອາວຸດໄດ້ເຄື່ອນທັບຍຸດທະສາດເຂົ້າໄປຢຶດເອົາບັນດາທີ່ຕັ້ງທີ່ສໍາຄັນ ໃນເຂດກວດກາຂອງສັດຕູໄດ້ຢ່າງໄວວາ, ຢຶດເອົາບັນດາຕົວເມືອງໃຫຍ່ຄື: ວຽງຈັນ, ປາກເຊ, ສະຫວັນນະເຂດ ທີ່ເປັນໃຈກາງບັງຄັບບັນຊາຂອງສັດຕູ ສ້າງເປັນກຳລັງໜີບທາງການທະຫານຢ່າງແຂງແຮງໃນເຂດປົກຄອງຂອງສັດຕູ.
ວັນທີ 23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ 20.000 ກວ່າຄົນ ໄດ້ໂຮມຊຸມນຸມມິດຕິງ ເພື່ອຕ້ອນຮັບການປະກາດສ້າງຕັ້ງອໍານາດການປົກຄອງປະຕິວັດ ນະຄອນຫລວງວຽງຈັນ ເຊິ່ງກໍເປັນອັນວ່າລະບົບອໍານາດການປົກຄອງປະຕິ ວັດທັງຫມົດແຕ່ຂັ້ນແຂວງ, ນະຄອນຫລວງ ລົງຮອດຂັ້ນຮາກຖານ ໄດ້ຮັບການສ້າງຕັ້ງຂຶ້ນໃນທົ່ວເຂດປົກຄອງຂອງສັດຕູ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫລວງວຽງຈັນ, ກອງປະຊຸມໄດ້ເປັນເອກະສັນກັນຜ່ານບັນດາມະຕິອັນເປັນປະຫວັດການ: ຕົກລົງລົບລ້າງລະບອບ ລາຊາທິປະໄຕທີ່ຫຼ້າສະໄຫມ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ, ສ້າງຕັ້ງສະພາປະຊາຊົນສູງສຸດ, ແຕ່ງຕັ້ງປະທານປະເທດ ແລະ ສ້າງຕັ້ງລັດຖະບານ ສປປລາວ, ກຳນົດທຸງຊາດ, ເພງຊາດ ແລະ ພາສາທາງການ; ສິ່ງດັ່ງກ່າວນັ້ນ ເປັນປະຫວັດການໃນການຢຶດອໍານາດຂັ້ນສຸດທ້າຍຂອງການປະຕິວັດລາວ ເຊິ່ງໄດ້ຈາລຶກໃນປື້ມປະຫວັດສາດຂອງຊາດລາວ.
ວັນຢຶດອໍານາດ 23 ສິງຫາ 1975 ຈິ່ງມີຄວາມໝາຍຄວາມສໍາຄັນຫຼາຍສໍາລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ; ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອໍານາດການປົກຄອງໃນທົ່ວປະເທດແບບ ” ບົວບໍ່ຊໍ້າ ນໍ້າບໍ່ຂຸນ “; ມັນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສ ຂອງພັກທີ່ຮູ້ໝຸນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງ ຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກໍາລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນທັງຊາດ, ຄວາມເປັນອັນຫນຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ ປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫລ່ກັນຕ້ານສັດຕູໂຕດຽວກັນ ຕະຫລອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປະຈຸບັນ.