ເຊກອງເປັນແຂວງທີ່ຕັ້ງຢູ່ທາງພາກໃຕ້ຂອງ ສປປ ລາວ, ມີຊາຍແດນຕິດຈອດກັບ 3 ແຂວງຄື: ທິດເໜືອຕິດກັບແຂວງສາລະວັນ, ທິດໃຕ້ຕິດກັບແຂວງອັດຕະປື ແລະ ທິດຕາເວັນຕົກຕິດກັບແຂວງຈໍາປາສັກ; ນອກນີ້ ແຂວງເຊກອງ ຍັງມີຊາຍແດນຕິດຈອດກັບ 3 ແຂວງຂອງ ສສ ຫວຽດນາມ ຄື: ກວາງນາມ, ເທື່ອທຽນເຫວ້ ແລະ ກອນຕູມ; ຊາຍແດນທີ່ຕິດກັບ 3 ແຂວງດັ່ງກ່າວ ແມ່ນມີດ່ານເຂົ້າ-ອອກ ຢ່າງສະດວກ. ແຂວງເຊກອງເປັນແຂວງນ້ອຍ ເມື່ອທຽບກັບບັນດາແຂວງໃນທົ່ວປະເທດ, ມີເນື້ອທີ່ທັງໝົດ 7.750 ກິໂລຕາແມັດ, ໃນນີ້ເນື້ອທີ່ພູດອຍກວມເອົາ 65%, ເຂດພູພຽງກວມເອົາ 30% ແລະ ເຂດທົ່ງພຽງກວມເອົາ 5% ຂອງເນື້ອທີ່ທັງໝົດໃນທົ່ວແຂວງ; ປະກອບມີທັງໝົດ 4 ເມືອງ, ມີ 202 ບ້ານ, ມີພົນລະ ເມືອງທັງໝົດ 135.561 ຄົນ, ຍິງ 67.851 ຄົນ, ປະກອບມີ 10 ຊົນເຜົ່າຢູ່ຮ່ວມກັນ.
ແຕ່ກ່ອນແຂວງເຊກອງ ເອີ້ນວ່າ: “ແຂວງ ຕາເວັນອອກ” ມາຮອດວັນທີ 18 ຕຸລາ 1975 ສູນກາງພັກໄດ້ມີຄໍາສັ່ງໃຫ້ໂຮມແຂວງຕາເວັນອອກ, ແຂວງວາປີຄໍາທອງ ແລະ ແຂວງສາລະວັນເຂົ້າກັນ ເອີ້ນວ່າ: “ແຂວງສາລະວັນ” ແລະ ມາຮອດ ວັນທີ 14 ເມສາ 1984 ຈຶ່ງໄດ້ແຍກອອກຈາກແຂວງສາລະວັນ ສ້າງຕັ້ງເປັນແຂວງໜຶ່ງ ເອີ້ນວ່າ: “ແຂວງເຊກອງ” ຮອດ ປັດຈຸບັນ. ຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ເຊິ່ງປະຊາຊົນຊາວແຂວງຕາເວັນອອກໄດ້ປະກອບສ່ວນເຂົ້າໃນຂະ ບວນການຕໍ່ສູ້ຢ່າງພິລະອາດຫານ ແລະ ໄດ້ຮັບການຍ້ອງ ຍໍຈາກສູນກາງພັກ ຫຼຽນໄຊອິດສະຫຼະຊັ້ນ I ພ້ອມທັງໄດ້ຮັບນາມມະຍົດເປັນແຂວງວິລະຊົນ, ໃນນີ້ ເມືອງທີ່ໄດ້ຮັບນາມມະຍົດເປັນເມືອງ ວິລະຊົນມີ 1 ເມືອງ, ມີ 2 ຕາແສງ, 3 ບ້ານ, 1 ໝູ່ກອງຫຼອນ ແລະ ມີ 8 ຄົນ ໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ; ນອກນີ້ ຍັງໄດ້ຮັບນາມມະຍົດ ນັກຮົບແຂ່ງຂັນມີ 3 ບ້ານ, 11 ຄົນ ແລະ ໄດ້ຮັບຍ້ອງຍໍປະເພດຕ່າງໆອີກ ຈໍານວນຫຼວງຫຼາຍ.
ຕະຫຼອດໄລຍະ 40 ປີ ຂອງການປົກປັກຮັກສາ ແລະ ພັດທະນາແຂວງເຊກອງ ເຊິ່ງເລີ່ມຈາກສູນຈົນກ້າວຂຶ້ນເປັນແຂວງໜຶ່ງ ທີ່ໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຕ່ລະຂັ້ນ, ແຕ່ລະ ສະໄໝ ໂດຍເລີ່ມຈາກບຸກບືນສູ້ຊົນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງເຊກອງ ຄັ້ງທີ IV ທີ່ໄຂຂຶ້ນ ໃນວັນທີ 3 ເມສາ 1986 ເຊິ່ງເປັນກອງປະຊຸມໃຫຍ່ອົງຄະນະພັກແຂວງເຊກອງຄັ້ງທໍາອິດ ພາຍຫຼັງທີ່ແຍກອອກຈາກແຂວງສາລະວັນ; ກອງປະຊຸມຄັ້ງນີ້ ຕົ້ນຕໍແມ່ນສຸມໃສ່ພັດທະນາພື້ນຖານໂຄງລ່າງຮອບດ້ານ ເປັນຕົ້ນແມ່ນ: ສຳນັກງານຫ້ອງການເຮັດວຽກ, ເຮືອນພັກຂອງພະນັກງານ, ພາຫະນະ ແລະ ອຸປະກອນຮັບໃຊ້ວຽກງານອື່ນໆ; ຕໍ່ມາກໍໄດ້ອອກແຮງສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ V, VI, VII, VIII, IX, X ໂດຍອີງໃສສະພາບຈຸດພິເສດ ແລະ ທ່າແຮງ ຂອງແຂວງຢ່າງຖືກຕ້ອງ ແລະ ສອດຄ່ອງ ເຮັດໃຫ້ແຂວງເຊກອງໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງປົວແປງນັບມື້ນັບດີຂຶ້ນ, ອັດຕາຄວາມທຸກຍາກກໍນັບມື້ຫຼຸດລົງເປັນກ້າວໆ. ໃນໄລຍະ 40 ປີ ຂອງການສ້າງສາພັດທະນາແຂວງເຊກອງ ສະແດງໃຫ້ເຫັນມີຫຼາຍດ້ານທີ່ພົ້ນເດັ່ນ ເຊິ່ງກອງປະຊຸມໃຫຍ່ອົງຄະນະພັກ ແຂວງເຊກອງ ຄັ້ງທີ X ໄດ້ຢືນຢັນ ແລະ ດຳເນີນໄປດ້ວຍຄໍາຂວັນວ່າ: “ສືບຕໍ່ຍົກສູງຄວາມສາ ມາດນໍາພາ, ຕັ້ງໜ້າເປັນແບບຢ່າງ, ສ້າງຄວາມໂປ່ງໃສພາຍໃນພັກ; ຄຸ້ມຄອງບໍລິຫານລັດຕາມ ລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ເສີມຂະຫຍາຍປະຊາທິປະໄຕ, ມູນເຊື້ອວິລະຊົນຄົນອາດຫານ ແລະ ເອກະລັກວັດທະນະທໍາອັນດີ ງາມຂອງປະຊາຊົນບັນດາເຜົ່າ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ພັດທະນາແຂວງເຊກອງຕາມທິດສີ ຂຽວ-ຍືນຍົງ”. ດ້ວຍຈິດໃຈບຸກບືນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມກັນຍົກສູງຄວາມເປັນ ເຈົ້າຕົນເອງຂອງຄະນະພັກ, ພະນັກງານທຸກຂັ້ນ, ບັນດາຫົວໜ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ເພື່ອພັດທະນາແຂວງ ເຊກອງໄປຕາມແຜນທີ່ໄດ້ກໍານົດ ແລະ ໃຫ້ບັນລຸຄາດໝາຍທີ່ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງໄດ້ວາງອອກ ເຊິ່ງມີຜົນສໍາເລັດອັນພົ້ນເດັ່ນທີ່ຍາດມາໄດ້ໃນໄລຍະຜ່ານ ມາມີ ດັ່ງນີ້:
1). ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອວິລະຊົນ ກໍຄືນໍ້າໃຈຮັກຊາດອັນສູງສົ່ງຂອງປະຊາຊົນລາວແຂວງເຊກອງ ແລະ ມູນເຊື້ອຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ ໂດຍໄດ້ເອົາໃຈໃສ່ກໍ່ສ້າງປັບ ປຸງກໍາລັງທະຫານ, ກອງຫຼອນ, ປກສ ບ້ານ, ສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ໄປພ້ອມໆກັນກັບການ ຝຶກຝົນດ້ານສິລະປະຍຸດຂອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ, ເຮັດໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງເຊກອງ ມີຄວາມໜັກແໜ້ນ-ເຂັ້ມແຂງ ສາມາດທັບມ້າງທຸກກົນອຸບາຍຂອງກຸ່ມຄົນບໍ່ດີ, ຮັບປະກັນໃຫ້ທົ່ວ ແຂວງມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເຊິ່ງເປັນເງື່ອນໄຂອັນສໍາຄັນໃຫ້ແກ່ການພັດທະນາດ້ານອື່ນ ໃນຕະຫຼອດໄລຍະ 40 ປີຜ່ານມາ.
2). ດ້ານເສດຖະກິດ: ບົນພື້ນຖານການໝູນໃຊ້ທ່າແຮງ ແລະ ເງື່ອນໄຂສະພາບແວດລ້ອມຄວາມເປັນຈິງຂອງແຂວງ ໂດຍກໍານົດທິດທາງ, ແຜນການຂອງການພັດທະນາທີ່ສອດຄ່ອງ ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນແຕ່ລະໄລຍະບັນລຸຕາມຄາດໝາຍ ແລະ ມີການເຕີບໃຫຍ່ຂະຫຍາຍຕົວດັ່ງນີ້: ໄລຍະ ປີ 1984 – 1990 GDP ເພີ່ມຂຶ້ນສະເລ່ຍ 4-5% ຕໍ່ປີ, ລາຍຮັບສະເລ່ຍ 120 ໂດລາສະຫະລັດ/ຄົນ/ປີ; ໄລຍະ ປີ 2001-2005 GDP ເພີ່ມຂຶ້ນສະເລ່ຍ 12% ຕໍ່ປີ, ລາຍຮັບ ສະເລ່ຍ 200 ໂດລາສະຫະລັດຄົນ/ປີ; ໄລຍະປີ 2006-2010 GDP ເພີ່ມຂຶ້ນສະເລ່ຍ 11,7% ຕໍ່ປີ, ລາຍຮັບສະເລ່ຍ 540 ໂດລາສະຫະລັດ/ຄົນ/ປີ; ໄລຍະປີ 2011 – 2015 GDP ເພີ່ມຂຶ້ນ ສະເລ່ຍ 13% ຕໍ່ປີ, ລາຍຮັບສະເລ່ຍ 1.304 ໂດລາສະຫະລັດ/ຄົນ/ປີ; ໄລຍະປີ 2016 -2021 GDP ເພີ່ມຂຶ້ນສະເລຍ 7,7% ຕໍ່ປີ, ລາຍຮັບສະເລຍ 1.720 ໂດລາສະຫະລັດ/ຄົນ/ປີ; ປີ 2023 ອັດຕາການຂະຫຍາຍຕົວຂອງ ເສດຖະກິດແຂວງເຊກອງ 5,5% ຂອງ GDP, ລາຍຮັບສະເລ່ຍ 917 ໂດລາສະຫະລັດ/ຄົນ/ປີ.
ການພັດທະນາຊົນນະບົດແກ້ໄຂຄວາມ ທຸກຍາກຂອງປະຊາຊົນໄດ້ອອກແຮງຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າຂອງປະຊາຊົນ ໃຫ້ກາຍເປັນຂະບວນຟົດຟື້ນ ແລະ ສາມາດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໃນທົ່ວແຂວງມີການຫັນປ່ຽນດີຂຶ້ນ, ສາມາດໜູນໃຊ້ທາແຮງ ແລະ ຄວາມສາມາດ ຂອງຕົນເຂົ້າໃນການພັດທະນາເສດຖະກິດ, ເຮັດໃຫ້ອັດຕາຄວາມທຸກຍາກໃນທົ່ວແຂວງ ນັບມື້ຫຼຸດລົງ; ອັນພົ້ນເດັ່ນແມ່ນປະຊາຊົນຫັນປ່ຽນວິຖີຊີວິດຈາກການຖາງປ່າເຮັດໄຮ່ແບບເລື່ອນລອຍ ປ່ຽນມາປູກກາເຟເປັນສິນຄ້າ, ເຮັດນາດ້ວຍການນໍາໃຊ້ວິທະຍາສາດ ແລະ ເຮັດການບໍລິ ການ; ປັດຈຸບັນທົ່ວແຂວງມີເນື້ອທີ່ນາທັງໝົດ 11.224 ເຮັກຕາ, ເນື້ອທີ່ປູກມັນຕົ້ນ 13.820 ເຮັກຕາ, ຜົນຜະລິດໄດ້ 267.597 ໂຕນ, ມັນຕົ້ນແຫ້ງໄດ້ 1.587 ໂຕນ, ມູນຄ່າ 251.269 ໂດລາສະຫະລັດ, ກາກມັນຕົ້ນໄດ້ 2.814 ໂຕນ, ມູນຄ່າ 259.720 ໂດລາສະຫະລັດ, ກາເຟຜະລິດໄດ້ 41.324 ໂຕນ, ໝາກ ແໜ່ງໄດ້ 662 ໂຕນ, ປູກໂສມໃນເນື້ອທີ່ທັງ ໝົດ 314 ເຮັກຕາ, ຜົນຜະລິດໄດ້ 650 ໂຕນຕໍ່ປີ. ການລ້ຽງສັດແບບເປັນຟາມມີທັງໝົດ 18 ຟາມເຊັ່ນ: ຟາມງົວ ມີ 3 ຟາມ, ຟາມລ້ຽງໝູ 4 ຟາມ, ຟາມລ້ຽງສັດປີກ 2 ຟາມ ແລະ ຟາມລ້ຽງປາມີ 7 ຟາມ.
ຂະແໜງອຸດສາຫະກໍາ ກໍມີການຂະຫຍາຍຕົວເຊັ່ນດຽວກັນໃນປີ 2023 ໄດ້ເພີ່ມຂຶ້ນ 6,6% ກວມເອົາ 24,6% ຂອງ GDP ໃນນີ້ ມີໂຮງງານອຸດສາຫະກຳກໍເບົາ 303 ແຫ່ງ; ຂະແໜງການຄ້າກໍສາມາດສ້າງສິນຄ້າໂອດ໋ອບໄດ້ 11 ຫົວໜ່ວຍ ມີ 14 ລາຍການ; ການກໍ່ສ້າງພື້ນຖານໂຄງລ່າງດ້ານໄຟຟ້າທົ່ວແຂວງສາມາດໃຊ້ໄຟຟ້າຖາວອນ 100% ແລະ ມີເຂື່ອນໄຟຟ້ານໍ້າຕົກ 3 ແຫ່ງ; ນອກນີ້ ຍັງມີແຫຼ່ງຜະລິດໄຟຟ້າພະລັງງານລົມ ເຊິ່ງກໍາລັງ ກໍ່ສ້າງຄາດວ່າຈະສໍາເລັດໃນປີ 2025 ນີ້ ແລະ ມີໂຄງການຂຸດຄົ້ນແຮ່ທາດຈໍານວນໜຶ່ງ.
ດ້ານໂຍທາທິການ ແລະ ຂົນສົ່ງ: ໄດ້ສຸມໃສ່ກໍ່ສ້າງເສັ້ນທາງ ແລະ ຂົວລະຫວ່າງແຂວງຫາເມືອງ, ເມືອງຫາບ້ານ; ປັດຈຸບັນທົ່ວແຂວງມີເສັ້ນທາງທັງໝົດ 291 ເສັ້ນ, ຍາວ 2.077 ກິໂລແມັດ; ໃນນີ້ ມີເສັ້ນທາງເບຕົງ 4,2 ກິໂລ ແມັດ, ທາງປູຢາງ 346 ກິໂລແມັດ, ທາງປູຢາງອັດສະພານ 8,2 ກິໂລແມັດ, ທາງຫີນແຮ່ 1.072 ກິໂລແມັດ, ທາງດິນທຳມະຊາດ 732,72 ກິໂລແມັດ; ທົ່ວແຂວງມີເສັ້ນທາງເຂົ້າເຖິງທຸກບ້ານ, ອັນພົ້ນເດັ່ນແມ່ນໄດ້ສຳເລັດການກໍ່ສ້າງ ແລະ ຍົກຍ້າຍສໍານັກງານເມືອງກະລຶມໃໝ່ ໃນປີ 2015, ການກໍ່ສ້າງຂົວຂ້າມນໍ້າເຊກອງ ໃນປີ 2018, ການກໍ່ສ້າງອາຄານດ່ານຊາຍແດນດາກຕະອອກ ເມືອງດາກຈຶງ ໃນປີ 2021 ແລະ ກໍ່ສ້າງເສັ້ນທາງ 16 B ເຊກອງ-ດາກຈຶງ-ຊາຍແດນລາວ-ຫວຽດນາມ ສຳເລັດໃນປີ 2022; ພິເສດແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນໃນການກໍ່ສ້າງຂົວນໍ້າເຊກອງ ໃນມູນຄ່າ 1,6 ຕື້ເຢັນ ຫຼື ປະມານ 15 ລ້ານໂດລາສະຫະລັດ; ອັດຕາສ່ວນການນຳ ໃຊ້ນໍ້າປະປາທົ່ວແຂວງກວມເອົາ 31%; ລະບົບ ສັນຍານໂທລະສັບກວມເອົາ 80,50% ແລະ ສັນຍານອິນເຕີເນັດ ກວມເອົາ 61% ຂອງຈໍານວນບ້ານໃນທົ່ວແຂວງ.
3). ດ້ານວັດທະນະທຳ-ສັງຄົມ:
– ວຽກງານສຶກສາ ແລະ ກິລາ: ໄດ້ເອົາໃຈໃສ່ພັດທະນາຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບດີຂຶ້ນ, ສາມາດປະຕິບັດບັນດາຄາດໝາຍຕົວຊີ້ວັດໃນຈໍານວນ 15 ຕົວຊີ້ວັດ; ດ້ານການກິລາ ກໍໄດ້ຮັບການພັດທະນາໄປພ້ອມໆກັນ ເຊິ່ງສາມາດເຂົ້າຮ່ວມລາຍການແຂ່ງຂັນກິລາປະເພດຕ່າງໆໃນຫຼາຍລະດັບ ແລະ ສາມາດຍາດໄດ້ຫຼຽນລາງວັນຫຼາຍປະເພດ; ປັດຈຸບັນທົ່ວແຂວງມີໂຮງຮຽນທັງໝົດ 306 ແຫ່ງ ແລະ ທຸກໆກຸມບ້ານມີໂຮງຮຽນປະຖົມ, ມັດທະຍົມ, ເດັກໃນເກນອາຍຸໄດ້ຮັບການສຶກສາ ຢ່າງທົ່ວເຖິງ ນັບທັງເຂດຕົວເມືອງ ແລະ ເຂດຊົນນະບົດຫ່າງໄກສອກຫຼີກ.
– ວຽກງານສາທາລະນະສຸກ: ຕາໜ່າງ ສາທາລະນະສຸກໄດ້ຂະຫຍາຍຕົວໄປເຖິງບ້ານ ແລະ ກຸ່ມບ້ານພັດທະນາ; ປັດຈຸບັນ ທົ່ວແຂວງມີໂຮງໝໍທັງໝົດ 36 ແຫ່ງ, ໃນນີ້ ໂຮງໝໍແຂວງ 1 ແຫ່ງ, ໂຮງໝໍຊຸມຊົນ 3 ແຫ່ງ, ໂຮງໝໍນ້ອຍ 31 ແຫ່ງ, ໂຮງໝໍທະຫານ 1 ແຫ່ງ, ມີຮ້ານຂາຍຢາເອກະຊົນ 55 ຮ້ານ ແລະ ທ້ອງກວດພະຍາດ 7 ແຫ່ງ, ສາມາດປະຕິບັດຕົວຊີ້ວັດດ້ານສາທາລະນະສຸກໄດ້ 7 ຕົວຊີ້ວັດ ໃນຈຳນວນ 11 ຕົວຊີ້ວັດ.
– ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ: ໄດ້ເອົາໃຈໃສ່ສົ່ງເສີມ ແລະ ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງເຜົ່າຕ່າງໆ ພ້ອມທັງອະນຸລັກຮັກສາ ແລະ ພັດທະນາ ໃຫ້ເກີດຄຸນຄ່າທາງດ້ານຈິດໃຈທີ່ຕິດພັນກັບການທ່ອງທ່ຽວ; ດ້ານການທ່ອງທ່ຽວກໍໄດ້ຮັບການພັດທະນາ, ປັດຈຸບັນ ທົ່ວແຂວງມີແຫຼ່ງ ທ່ອງທ່ຽວທຳມະຊາດທັງໝົດ 22 ແຫ່ງ, ແຫຼ່ງທ່ອງທ່ຽວປະຫວັດສາດ 9 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທຳ 7 ແຫ່ງ ແລະ ແຫຼ່ງທ່ອງທ່ຽວກະສິກຳ 4 ແຫ່ງ; ການບໍລິການດ້ານໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ ກໍໄດ້ຮັບການ ພັດທະນາ ແລະ ຂະຫຍາຍຕົວເຊັ່ນດຽວກັນ.
– ວຽກງານແຮງງານ ແລະ ສະຫວັດດີ ການສັງຄົມ: ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານທີ່ມີຜົນງານດີເດັ່ນ ແລະ ຄອບຄົວ ຜູ້ທີ່ເສຍສະຫຼະຊີວິດ ໃນໄລຍະສົງຄາມ 371 ຄົນ, ເປັນເງິນ 15.842.514.000 ກີບ, ອຸດໜູນເທື່ອດຽວຜູ້ທີ່ຍັງມີຊີວິດ 327 ຄົນ, ເປັນເງິນ 10.189.572.725 ກີບ; ນອກນີ້ ຍັງໄດ້ປະຕິບັດນະໂຍບາຍອຸດໜູນເປັນເຮືອນ, ທີ່ດິນ, ພາຫະນະ ແລະ ສິ່ງປຸກສ້າງອື່ນໆຕາມ ລະບຽບການໃຫ້ແກ່ພະນັກງານປະຕິວັດ; ການຄຸ້ມຄອງແຮງງານ ກໍໄດ້ຫັນເຂົ້າສູ່ລະບຽບກົດ ໝາຍຢ່າງເຂັ້ມງວດ.
4). ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ: ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວຽກໜຶ່ງທີ່ຄະນະພັກແຂວງເຊກອງ ໄດ້ເອົາໃຈໃສ່ເປັນພິເສດຍ້ອນວ່າ: ແຂວງເຊກອງ ຖືກຈັດເປັນແຂວງໜຶ່ງທີ່ທຸກຍາກ ໃນບັນດາແຂວງທົ່ວປະເທດ ໂດຍປະຕິບັດວຽກງານ 3 ສ້າງຢ່າງຕັ້ງໜ້າ ເຊິ່ງໄດ້ຫັນເອົາພະນັກງານແຕ່ລະຂະແໜງການລົງຮາກຖານ, ໃນນັ້ນ ພະນັກງານຂັ້ນແຂວງລົງປະຈຳຢູ່ 4 ເມືອງ ຈຳນວນ 37 ຄົນ, ພະນັກງານຂັ້ນເມືອງລົງປະຈຳຢູ່ຂັ້ນບ້ານ ມີ 128 ຄົນ ເພື່ອນຳພາປັບປຸງກົງຈັກການຈັດຕັ້ງຂັ້ນຮາກຖານໃຫ້ ມີຄວາມເຂັ້ມແຂງ ແລະ ນຳພາປະຊາຊົນຫັນ ປ່ຽນການຜະລິດແບບທຳມະຊາດໄປສູ່ການຜະລິດເປັນສິນ ຄ້າ, ພ້ອມທັງປັງປຸງກຳລັງ ປກສ-ປກຊ ຢູ່ຮາກຖານ ແລະ ປັບປຸງບັນດາໜ່ວຍງານຕ່າງໆຂອງບ້ານໃຫ້ມີການເຄື່ອນໄຫວປົກກະຕິ ຮັບປະກັນຄວາມສະຫງົບ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ; ປັດຈຸບັນເຫັນໄດ້ວ່າ ລະ ບົບການເມືອງທົ່ວແຂວງເຊກອງ ມີຄວາມໜັກແໜ້ນ ແລະ ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ; ການແກ້ໄຂຄວາມ ທຸກຍາກຂອງປະຊາຊົນໄດ້ກາຍ ເປັນຂະບວນການຟົດຟື້ນ ແລະ ເປັນເຈົ້າຕົນ ເອງສູງຂຶ້ນ ສາມາດເຕົ້າໂຮມບ້ານນ້ອຍເປັນ ບ້ານໃຫຍ່ ແລະ ສ້າງບ້ານພັດທະນາ, ຄອບຄົວຕົວແບບໃນການຜະລິດເປັນສິນຄ້າຈຳນວນໜຶ່ງ; ປັດຈຸບັນທົ່ວແຂວງຍັງມີຄອບຄົວທຸກຍາກທັງໝົດ 10.882 ຄອບຄົວ ກວມເອົາ 37,45% ຂອງຈຳນວນຄອບຄົວທັງໝົດ ຈຳນວນ 29.051 ຄອບຄົວ, ມີບ້ານທຸກຍາກທັງໝົດ 152 ບ້ານ ກວມເອົາ 74.87% ຂອງ ຈຳນວນບ້ານທັງໝົດ 202 ບ້ານ.
5). ວຽກງານກໍ່ສ້າງພັກ-ພະນັກງານ: ວຽກງານກໍ່ສ້າງພັກ-ພະນັກງານເປັນວຽກທີ່ຄະນະພັກແຂວງເຊກອງຖືເປັນວຽກກົກ ໂດຍ ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດ ແລະ ການຕິດຕາມກວດກາຢ່າງເປັນປົກກະຕິ. ປັດຈຸບັນທົ່ວແຂວງມີທັງໝົດ 590 ຮາກຖານພັກ, ມີ 65 ຄະນະພັກຮາກຖານ, ມີ 525 ໜ່ວຍພັກ, ມີສະມາຊິກພັກທັງໝົດ 10.671 ສະຫາຍ, ຍິງ 2.646 ສະຫາຍ. ທົ່ວແຂວງມີລັດຖະກອນທັງໝົດ 4.707 ຄົນ, ຍິງ 1.997 ຄົນ, ໃນນີ້ ຈົບຊັ້ນປະລິນຍາເອກ 4 ຄົນ, ປະລິນຍາໂທ 180 ຄົນ, ປະລິນຍາຕີ 1.548 ຄົນ, ຊັ້ນສູງ 1.878 ຄົນ, ຊັ້ນກາງ 1.000 ຄົນ, ຊັ້ນຕົ້ນ 96 ຄົນ, ຊັ້ນປະຖົມ 1 ຄົນ; ຈົບລະດັບທິດສະດີຂັ້ນສູງ 220 ຄົນ, ຍິງ 48 ຄົນ, ຂັ້ນກາງ 270 ຄົນ, ຍິງ 24 ຄົນ, ຂັ້ນຕົ້ນ 186 ຄົນ, ຍິງ 61 ຄົນສ່ວນວຽກງານ ອື່ນໆກໍມີການພັດທະນາ ແລະ ເຕີບໃຫຍຂະຫຍາຍຕົວເຊັ່ນດຽວກັນ ເວົ້າລວມແລ້ວ ຜ່ານໄລຍະ 40 ປີ ຂອງການປົກປັກຮັກສາ ແລະ ພັດທະນາແຂວງເຊກອງໂດຍຜ່ານເສັ້ນທາງອັນລະອິດລະອ້ຽວ ຈາກຈຸດທີ່ຕັ້ງ ທີ່ບໍ່ມີຫຍັງນັບທັງພື້ນຖານໂຄງລ່າງທີ່ຈໍາເປັນຕ່າງໆ, ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ເຊິ່ງເປັນສິ່ງທ້າທາຍອັນໃຫຍ່ຫຼວງ, ແຕ່ວ່າ ດ້ວຍຄວາມບຸກບືນສູ້ຊົນເປັນຈິດໜຶ່ງໃຈດຽວຂອງຄະນະພັກແຕ່ລະຂັ້ນ, ແຕ່ລະສະໄໝ ແລະ ຄວາມສາມັກຄີເປັນເອກະພາບ ຂອງປະຊາຊົນບັນດາເຜົ່າພ້ອມກັນຈັດຕັ້ງປະຕິບັດແນວທາງນະໂຍບາຍ ກໍຄືແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ວາງອອກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ຈຶ່ງສາມາດເຮັດໃຫ້ແຂວງເຊກອງ ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ມີທ່ວງທ່າທີ່ຈະກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.