ເຕັກນິກການປູກເຫັດບົດ

 ເຫັດບົດ ຫຼື ເອີ້ນອີກຊື່ໜຶ່ງເຫັດກະດ້າງ ເປັນເຫັດຊະນິດໜຶ່ງ ທີ່ເກີດຂຶ້ນຕາມຂອນໄມ້ທີ່ ຕາຍແລ້ວຕາມທໍາມະຊາດ, ມັກຈະພົບເຫັນໃນ ເຂດປ່າດົງດິບ ແລະ ປ່າທົ່ວໄປໃນຊ່ວງລະດູຝົນ ແລະ ຕົ້ນລະດູໜາວ; ລັກສະນະ ຂອງເຫັດຈະເປັນ ດອກດ່ຽວ, ມີຄວາມໜຽວ, ມີຂົນອ່ອນຕາມກ້ານ ແລະ ດອກ; ເຫັດຊະນິດນີ້ ມີທາດໂປຣຕີນສູງ, ສາມາດນຳມາປຸງແຕ່ງເປັນອາຫານ ແລະ ມີລົດຊາດດີ. ນອກຈາກນີ້ ເຫັດບົດສາມາດຕາກແຫ້ງ ແລະ ເກັບໄວ້ໄດ້ດົນ ແລະ ທີ່ສໍາຄັນຍັງເປັນທີ່ຕ້ອງການຂອງຕະຫຼາດ ແລະ ປັດຈຸບັນແມ່ນສາມາດປູກເປັນສິນຄ້າສ້າງລາຍຮັບເຂົ້າໃນຄອບຄົວອີກດ້ວຍ; ສ່ວນຂັ້ນຕອນ ແລະ ເຕັກນິກການປູກມີດັ່ງນີ້:

  • ການກະກຽມສະຖານທີ່ປູກ: ບ່ອນຕັ້ງເຮືອນເຫັດ ຄວນເປັນບ່ອນທີ່ມີອາກາດຖ່າຍເທສະດວກ, ເປັນໂນນ, ອະ ນາໄມງ່າຍ ເຮືອນປູກມີຂະໜາດ 4 x 6 ແມັດ, ສູງ 2 ແມັດ, ມຸງດ້ວຍຫຍ້າຄາ ຫຼື ຫຍ້າແຝກ, ແອ້ມດ້ວຍແພຢາງ.
  • ການກຽມອຸປະກອນ: ໂດຍທົ່ວໄປແລ້ວ ການປູກເຫັດຕ້ອງການວັດສະດຸ, ອຸປະກອນທີ່ຈຳເປັນຕ່າງໆດັ່ງນີ້: ກະຟຸຍໜຶ່ງໜ່ວຍ ເພື່ອເອົາໄວ້ໜຶ່ງຖົງເຫັດເພື່ອຂ້າເຊື້ອ, ຖົງຢາງປູກເຫັດ, ຢາງບ້ວງ, ປອກຄໍ, ສາລີ, ຕະກຽງເຫຼົ້າ 90, ເຫຼົ້າ 90, ຊິງຊັ່ງນໍ້າໜັກ, ເຈ້ຍ (ອັດປາກຖົງເຫັດ), ບົວຫົດນໍ້າ, ວັດສະດຸສຳລັບປະສົມເພື່ອເຮັດຖົງກ້ອນເຫັດມີ: ຂີ້ເລື່ອຍ, ດີເກືອ, ຢິບຊ້ຳ, ປູນຂາວ, ຮໍ່າອ່ອນ, ເຂົ້າປຽນ, ເຊື້ອເຫັດ.
  • ປະລິມານສ່ວນປະສົມດັ່ງນີ້: ຂີ້ເລື່ອຍ 100 ກິໂລກຼາມ, ດີເກືອ 0,2 ກິໂລກຼາມ, ຢິບຊໍ້າ 0,5 ກິໂລກຼາມ, ປູນຂາວ 2 ກິໂລກຼາມ, ຮໍ່າອ່ອນ 10 ກິໂລກຼາມ, ເຂົ້າປຽນ 3 ກິໂລກຼາມ ຄົນໃຫ້ເຂົ້າກັນລະອຽດແລ້ວຫົດນໍ້າໃຫ້ຄວາມຊຸ່ມພໍປະມານ 65-75% ຫຼັງຈາກປະສົມແລ້ວກໍ່ຍັດໃສ່ຖົງຢາງ.
  • ການບັນຈຸໃສ່ຖົງຢາງປູກເຫັດ: ເອົາຂີ້ເລື່ອຍທີ່ປະສົມແລ້ວບັນຈຸໃສ່ຖົງຢາງຕໍາໃຫ້ແໜ້ນພໍປະມານ, ຫູບປາກຖົງຢາງເຂົ້າເອົາປອກຄໍໃສ່ແລ້ວເອົາສຳລີອັດປາກຖົງ ແລະ ຫຼັງຈາກນັ້ນນຳເອົາມາໜຶ້ງໃສ່ກະຟຸຍທີ່ກຽມໄວ້ເວລາປະມານ 3 ຊົ່ວໂມງໂດຍນັບຕັ້ງແຕ່ເວລາໝໍ້ໜຶ່ງເລີ່ມຂຶ້ນອາຍ.
  • ການເອົາເຊື້ອເຫັດໃສ່ເບົ້າ: ພາຍຫຼັງຖົງເຫັດເຢັນແລ້ວ ໃຫ້ເຂ່ຍເຊື້ອເຫັດໃສ່ແຕ່ວ່າ ກ່ອນຈະເອົາເຊື້ອເຫັດໃສ່ຕ້ອງເອົາແກ້ວເຊື້ອເຫັດມາເຄາະໃຫ້ແກ່ນເຂົ້າທີ່ປູກເຊື້ອໃສ່ນັ້ນແຕກອອກຈາກກັນກ່ອນ, ຈາກນັ້ນ ເອົາປາກແກ້ວທີ່ບັນຈຸເຊື້ອເຫັດລົນໄຟ ທີ່ໄຕ້ດ້ວຍເຫຼົ້າ 90 ພ້ອມທັງສິດເຫຼົ້າ 90 ໃສ່ມືທັງສອງເບື້ອງໃຫ້ທົ່ວແລ້ວຈຶ່ງເຂັ່ຍເຊື້ອເຫັດລົງໃສ່ຖົງ, ໃສ່ຖົງໜຶ່ງປະມານ 20-30 ເມັດ, ເອົາເຈ້ຍປິດປາກຖົງແລ້ວເອົາຢາງບ້ວງມັດປາກຖົງໄວ້.

  • ການບົ່ມຖົງກ້ອນເຫັດ: ເອົາຖົງກ້ອນເຫັດທີ່ເຂັ່ຍເຊື້ອເຫັດໃສ່ແລ້ວໄປບົ່ມໄວ້ໃນເຮືອນບົ່ມ, ເຮືອນບົ່ມຄວນເປັນບ່ອນສະອາດ, ອາກາດຖ່າຍເທສະດວກ, ການບົ່ມຖົງກ້ອນເຫັດໃຊ້ເວລາປະມານ 25-30 ວັນເຊື້ອເຫັດກໍ່ຈະຂະ ຫຍາຍຕົວເປັນສີຂາວເຕັມຖົງ ແລະ ບົ່ມຕໍ່ອີກ 1-2 ເດືອນຈົນເສັ້ນໄຍເດີນໜາແໜ້ນ ແລະ ແຂງແຮງ ຈິ່ງນໍາໄປເຂົ້າເຮືອນປູກເຫັດແລ້ວເປີດປາກຖົງ.
  • ການເປີດປາກຖົງກ້ອນເຫັດ: ເມື່ອເຊື້ອເຫັດຂະຫຍາຍຕົວເຕັມຖົງກ້ອນເຫັດແລ້ວ ໃຫ້ນໍາເອົາຖົງກ້ອນເຫັດເຂົ້າໄປລຽນເປັນແຖວ, ເປັນຊັ້ນຂຶ້ນແລ້ວກໍເປີດປາກຖົງ ໂດຍໃຊ້ມີດປາດປາກຖົງໃຫ້ກ້ວາງເຖິງບ່າຂອງຖົງເຫັດ, ດຶງເອົາຖົງຢາງທີ່ປາດອອກ, ອະນາໄມປາກຖົງໃຫ້ສະອາດຈົນໝົດທຸກໆຖົງຫຼັງຈາກນັ້ນກໍຫົດນໍ້າ.
  • ການບົວລະບັດຮັກສາ: ໝັ່ນອະນາໄມເຮືອນເຫັດໃຫ້ສະອາດ, ຫົດນໍ້າໃຫ້ຄວາມຊຸ່ມສະໝໍ່າສະເໝີຕິດຕາມເບິ່ງແມງໄມ້, ມົດທີ່ຈະມາລົບກວນ.
  • ພະຍາດທີ່ມັກເກີດກັບເຫັດບົດ: ເຊື້ອລາຂຽວ, ຖົງເຫັດເນົ່າ ແລະ ມີໜອນເຈາະເຮັດໃຫ້ຖົງເຫັດເສຍ, ເຫັດບໍ່ອອກດອກ ການປ້ອງກັນພະຍາດເຫຼົ່ານີ້ຕ້ອງອະນາໄມເຮືອນເຫັດ, ອະນາໄມຖົງເຫັດ ແລະ ກຳຈັດແມງໄມ້ທີ່ນໍາເຊື້ອມາໃສ່ຖົງເຫັດ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa