ສະໝູນໄພ 8 ຊະນິດ ສາມາດປ້ອງກັນອາການເປັນຫວັດ

        ປັດຈຸບັນ ສະພາບອາກາດໄດ້ມີການປ່ຽນແປງຢ່າງໄວວາ; ເຮັດໃຫ້ລະດູການຕ່າງໆ ກໍປ່ຽນໄປນໍາ ເຊິ່ງເປັນສາເຫດໜຶ່ງ ທີ່ເຮັດໃຫ້ຜູ້ທີ່ຮ່າງ ກາຍອ່ອນແອເຈັບໄຂ້ໄດ້ປ່ວຍງ່າຍ ໂດຍສະເພາະອາການເປັນຫວັດ, ເປັນໄອ ສະນັ້ນ ໃນຄໍລໍາສາລະໜ້າຮູ້ສະບັບນີ້ ຈະພາທ່ານຜູ້ອ່ານມາຮູ້ຈັກສະ ໝຸນໄພ 8 ຊະນິດ ສາມາດປ້ອງກັນ ແລະ ປົວອາການເປັນຫວັດ ມີຄືດັ່ງນີ້:

  • ຂີງ: ມີຣົດຊາດເຜັດຮ້ອນແກ້ອາການເຈັບສຽບ, ແກ້ຂີ້ກະເທີ, ແກ້ອາການວິນວຽນ, ເຈັບຫົວ, ປວດຮາກໄດ້ ແລະ ສາມາດແກ້ອາການຫວັດໄດ້, ໂດຍໃຊ້ຂີງຝົນປະສົມກັບນໍ້າໝາກນາວ ຫຼື ໃຊ້ຫົວຂີງສົດຕຳປະສົມນໍ້າແລ້ວຄັ້ນເອົານໍ້າໃສ່ເກືອເລັກໜ້ອຍ ແລ້ວດື່ມເທື່ອລະໜ້ອຍ.

  • ໝາກຂາມປ້ອມ: ເປັນໝາກໄມ້ທີ່ມີວິຕາມິນສູງ, ຊ່ວຍແກ້ໄອກະຕຸ້ນນໍ້າລາຍ, ເຮັດໃຫ້ຊຸ່ມຄໍ, ແກ້ຫວັດ, ລະລາຍຂີ້ກະເທິ ແລະ ບຳລຸງສຽງ; ໂດຍໃຊ້ໝາກຂາມປ້ອມໜ່ວຍທີ່ແກ່ຄັ້ງລະ 1-3 ໜ່ວຍ, ທຸບໃຫ້ມຸ່ນໃສ່ເກືອເລັກໜ້ອຍແລ້ວເອົາມາອົມ ຫຼື ຫຍໍ້າຮັບປະທານມື້ລະ 3-4 ຄັ້ງ.

  • ໝາກນາວ: ຊ່ວຍແກ້ຂີ້ກະເທີ ໃຊ້ໝາກນາວສົດປີບເອົານໍ້າປະສົມໃສ່ເກຶອແລ້ວດື່ມ ເທື່ອລະໜ້ອຍ.

  • ໝາກກ້ຽງ: ຮັບປະທານເປັນໜ່ວຍ ຫຼື ຄັ້ນເອົາແຕ່ນໍ້າມາກິນກໍ່ໄດ້ ຊ່ວຍໃຫ້ດີຫວັດໄວຂຶ້ນ.

  • ຟ້າທະລາຍໂຈນ: ນໍາໃບໄປຕາກແຫ້ງ ແລ້ວບົດໃຫ້ລະອຽດ ເພື່ອຮັບປະທານ ຊ່ວຍຫຼຸດໄຂ້ດີເຈັບຄໍ

  • ກະທຽນສົດ: ຮັບປະທານແບບສົດດີເຈັບຄໍ, ຂ້າເຊື້ອແບັດທີເຣຍ ຊ່ວຍເສີມສ້າງພູມຄຸ້ມກັນ.

  • ຫົວຜັກບົ່ວແດງ: ເອົາຫົວຜັກບົ່ວແດງມາຕໍາເລັກໜ້ອຍ ນໍາໄປຫໍ່ໃສ່ຜ້າ ແລ້ວໄປວາງໄວ້ໃກ້ໝອນ ຊ່ວຍໃຫ້ຫາຍໃຈສະດວກຂຶ້ນ.

  • ໃບວິກ: ນໍາໄປຕົ້ມແລ້ວເອົາມາດົມ ຊ່ວຍໃຫ້ຫາຍໃຈສະດວກຂຶ້ນ.

ຂໍ້ມູນຈາກ: ເພຈ ສາລະໜ້າຮູ້ ລາວພັດທະນາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa