ສະຫະພັນແມ່ຍິງໜ່ວຍຮາກຖານຄະນະໂຄສະນາອົບຮົງແຂວງ ປາຖະກະຖາຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ

ວັນທີ 16 ກໍລະກົດ 2024 ສະຫະພັນແມ່ຍິງໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ປາຖະກະຖາຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (20 ກໍລະກົດ 1955 – 20 ກໍລະກົດ 2024) ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ຈັນສະໄໝ ວິໄລສານ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານສະຫະພັນແມ່ຍິງຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະສະຫະພັນແມ່ຍິງ, ສະມາຊິກສະຫະພັນແມ່ຍິງຮາກຖານ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ທ່ານ ນາງ ຈັນສະໄໝ ວິໄລສານ ໄດ້ເລົ່າຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ, ເພື່ອລະນຶກເຖິງແມ່ຍິງລາວບັນດາເຜົ່າທີ່ ໄດ້ອຸທິດຕົນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງລາວ; ຊຶ່ງພື້ນຖານໃນການສ້າງຕັ້ງເປັນອົງການຈັດຕັ້ງສະຫະພັນແມ່ຍິງລາວແມ່ນໄດ້ເລີ່ມມາຈາກ ບັນດາໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ໄດ້ກຳເນີດຂຶ້ນແຕ່ໄລຍະ ຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງເປັນຕົ້ນມາ; ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ຈາກນັ້ນພັກກໍ່ໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໃນກໍາລັງແຮງທີ່ສໍາຄັນ ຂອງພັກ; ໜ້າທີ່ ຂອງການຈັດ ຕັ້ງແມ່ຍິງໃນເບື້ອງຕົ້ນແມ່ນເບິ່ງແຍງ, ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວໃຫ້ພະນັກງານ, ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມ ຂອງສັດຕູດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ, ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງ ນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ, ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະເທດຊາດ, ປຸກລະ ດົມຂະບວນການຂອງແມ່ຍິງປະຕິບັດວຽກງານແນວຫຼັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ປະຕິບັດວຽກງານຕາມການຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ ດັ່ງນັ້ນ, ສົມຄວນຈະມີການຈັດຕັ້ງຢູ່ຂັ້ນສູນກາງເພື່ອຄຸ້ມຄອງນໍາພາ ຫຼື ບໍລິຫານວຽກງານລວມ ແລະ ທັງໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດ ຂອງແມ່ຍິງໃນໂລກທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມ ເທື່ອລະກ້າວ. ດັ່ງນັ້ນ, ວັນທີ 20 ກໍລະກົດ 1955 ພັກໄດ້ຈັດ ຕັ້ງ ໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ຊຶ່ງເປັນຕົ້ນກໍາເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປະຈຸບັນໜ່ວຍຄົ້ນຄວ້າວຽກງານແມ່ຍິງ ໄດ້ຮັບມອບໝາຍປະຕິບັດ 2 ໜ້າວຽກ ຄື:

  1. ຄົ້ນຄວ້າຮ່າງກົດລະບຽບ, ໂຄງການດໍາເນີນງານ ຂອງການຈັດຕັ້ງ ເພື່ອກະກຽມຈັດຕັ້ງເປັນໜ່ວຍແມ່ຍິງໃນຂັ້ນຕໍ່ໄປ.
  2. ຄົ້ນຄວ້າສະພາບສັງຄົມລາວ ໂດຍສະເພາະກ່ຽວກັບຮີດຄອງປະເພນີອັນເກົ່າແກ່ຫຼ້າຫຼັງທີ່ກົດໜ່ວງຄວາມກ້າວໜ້າຂອງແມ່ຍິງ ແລະ ສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ທີ່ຄວນປະລະ ເພື່ອໂຄສະນາໃຫ້ປະຊາ ຊົນທົ່ວໄປຮັບຮູ້, ພ້ອມທັງປຸກລະດົມຂົນຂວາຍແມ່ຍິງໃຫ້ມີຄວາມຕື່ນຕົວຢາກແກ້ໄຂສະພາບດ້ອຍໂອກາດ ຂອງຕົນເອງ

ມາຮອດເດືອນ ມັງກອນ ປີ 1956 ສະມາຄົມແມ່ຍິງລາວຮັກຊາດ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ສະມາຄົມແມ່ຍິງລາວຮັກຊາດແມ່ນສືບທອດມາຈາກໜ່ວຍຄົ້ນຄວ້າວຽກງານແມ່ຍິງ, ກອງປະຊຸມໃຫຍ່ຄັ້ງປະຫວັດສາດ ຂອງແມ່ຍິງລາວທົ່ວປະເທດ ຄັ້ງທີ  I ໄດ້ໄຂຢ່າງເປັນທາງການ ໃນວັນທີ 21-24 ມີນາ 1984 ກອງປະຊຸມໃຫຍ່ໄດ້ຕົກລົງເປັນເອກະພາບປ່ຽນຊື່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວ”

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa