ວັນທີ 15 ຕຸລາ 2024 ທ່ານ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານໄອທີ-ຂໍ້ມູນຂ່າວສານ ພ້ອມດ້ວຍຄະນະຮັບຜິດຊອບວຽກງານໄອທີ-ຂໍ້ມູນຂ່າວສານ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານ ໂຄສະນາຜ່ານສື່ເອເລັກ ໂຕຼນິກ (ເວັບໄຊສ ) ຜ່ານລະບົບ VIDEO CONFERRENCE ປະຈໍາໄຕມາດ III ແລະ ທິດທາງແຜນການ ປະຈໍາໄຕມາດ IV ປີ 2024; ພາຍໃຕ້ການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າຄະນະໂຄ ສະນາອົບຮົມແຂວງ ພ້ອມດ້ວຍແອັດມີນ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດເຂົ້າຮ່ວມ.
ໃນກອງປະຊຸມ ຄະນະໂຄສະນາອົບຮົມແຕ່ລະແຂວງ ໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊສ ຂອງຕົນໃນໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການປະຈຳໄຕມາດ IV 2024 ເຊິ່ງໃນນັ້ນ ທ່ານ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານ ຂອງຄະນະຮັບຜິດຊອບວຽກງານໂຄ ສະນາຜ່ານສື່ເອເລັກໂຕຼນິກ(ເວັບໄຊສ)ຄະນະໂຄສະ ນາອົບຮົມແຂວງເຊກອງ ໄດ້ຂຽນຂ່າວເພື່ອອັບໂຫຼດລົງເວບໄຊສ ແລະ ເຝສບຸກ ຈຳນວນ 21 ຂ່າວ, ອັບໂຫຼດ ສາລະໜ້າຮູ້ຕ່າງໆ 3 ບົດຄວາມ ເຊິ່ງມີຜູ້ເຂົ້າຊົມເວັບໄຊສ 1,494 ວິວໄດ້ລົງເກັບກຳຂໍ້ມູນ ຄອບຄົວຕົວແບບດ້ານການຜະລິດກະສິກຳ ຢູ່ເມືອງດາກຈຶງ (ປູກກາເຟ) ແລະ ຄອບຄົວຕົວແບບຜະລິດຕະພັນສິນຄ້າໂອດ໋ອບ (ODOP) ຢູ່ເມືອງລະມາມ (ຫັດຖະກໍາຕໍ່າແຜ່ນແບບດັ້ງເດີມເຜົ່າ ແລະ ແປຮູບເປັນຜະລິດຕະພັນອື່ນໆ).
ໃນຕອນທ້າຍ ກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄຳເຫັນ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ຕ້ອງສືບຕໍ່ຕິດຕາມກວດກາການເຄື່ອນໄຫວໜ້າເວັບໄຊສຂອງແຂວງຕົນ, ຍົກສູງຄຸນນະພາບດ້ານເນື້ອໃນເປັນຕົ້ນແມ່ນການຂຽນບົດຂ່າວ, ບົດຄວາມ, ສາລະໜ້າຮູ້ ແລະ ອື່ນໆ ໃຫ້ມີຄວາມຫຼາກຫຼາຍຂຶ້ນກວ່າເກົ່າ, ເພີ່ມທະວີການຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ອຸປະກອນຮັບໃຊ້ຈາກຄະນະນຳຂອງແຂວງ ຊຶ່ງກ່ອນອື່ນໝົດແມ່ນການສະໜອງກ່ຽວກັບລະບົບອິນເຕີເນັດໃນຄວາມໄວທີ່ເໝາະສົມ.