ໜ່ວຍຊາວໜຸ່ມ ໂຄສະນາອົບຮົມແຂວງ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ III

ໜ່ວຍຊາວໜຸ່ມ ໂຄສະນາອົບຮົມແຂວງເຊກອງ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ແລະ ສໍາເລັດລົງ ໃນວັນທີ 6 ມີນາ 2025, ໂດຍພາຍໃຕ້ເປັນປະທານ ຂອງສະຫາຍ ໄຊຍະພອນ ວົງຫາຈັກ ຄະນະໜ່ວຍພັກ, ຮອງເລຂາຄະນະບໍລິຫານງານຊາວຫນຸ່ມ ປປລ ແຂວງ, ມີສະຫາຍ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກຄະນະໂຄສະນາອົບຮົມແຂວງ, ຕ່າງໜ້າໜ່ວຍຊາວໜຸ່ມຮາກຖານກຸ່ມພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສີພາ ດັນປັນຍາ ເລຂາໜ່ວຍຊາວໜຸ່ມ ໂຄສະນາອົບຮົມແຂວງ ໄດ້ຜ່ານຮ່າງບົດລາຍງານ ການເມືອງໄລຍະ 5 ປີ 2020-2024 ແລະ ທິດທາງແຜນການ ປີ 2025-2029
ຈາກນັ້ນ, ສະມາຊິກຊາວໜຸ່ມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ໂດຍກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເລືອກເອົາ
1 ສະຫາຍນາງ ສຸດທິພອນ ບຸດຄຳບານ ເປັນເລຂາໜ່ວຍ
2 ສະຫາຍນາງ ປາລີນາ ພູພຽງເດືອນ ເປັນຮອງເລຂາໜ່ວຍ ທັງເປັນ ປະທານກວດກາໜ່ວຍ
3 ສະຫາຍນາງ ດາຫຼິງ ສຸວັນລາສີ ເປັນຄະນະໜ່ວຍ

ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນ ສະຫາຍ ໄຊຍະພອນ ວົງຫາຈັກ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ເຊິ່ງທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນງານໃນໄລຍະຜ່ານມາຂອງຄະນະຊາວໜຸ່ມ ທີ່ພົ້ນເດັ່ນເປັນຕົ້ນແມ່ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ຂະບວນການຕ່າງໆ ແລະ ມີຄວາມເປັນເຈົ້າການຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ; ພ້ອມທັງເນັ້ນໜັກ ໃຫ້ຄະນະຊຸດໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການນໍາພາສະມາຊິກພາຍໃນໜ່ວຍ, ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຂອງຕົນຢ່າງເປັນປົກກະຕິ, ປັບປຸງແບບ ແຜນວິທີນຳພາ, ແບບແຜນວິທີເຮັດວຽກຢ່າງລວມສູນປະຊາທິປະໄຕ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ເພີ່ມທະວີຄວາມສາມັກຄີພາຍໃນ ພ້ອມກັນນຳເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa