ວັນທີ 17 ມີນາ 2025 ທີ່ສະໂມສອນແຂວງເຊກອງ ກອງບັນຊາການທະຫານແຂວງ ໄດ້ປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ພາຍໃຕ້ການເປັນປະທານ ຂອງທ່ານ ພອນເພັດ ຄິວລາວົງ ອະດີດ ຮອງເລຂາພັກແຂວງ, ອະດີດປະທານສະພາປະຊາຊົນ ແຂວງເຊກອງ ມີຄະນະພັກ-ຄະນະບັນຊາຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍ ນາຍ ແລະ ພົນທະຫານ ເຂົ້າຮ່ວມ 147 ທ່ານ, ຍິງ 20 ທ່ານ.
ໃນພິທີ່ດັ່ງກ່າວຕ່າງໜ້າຄະນະຮັບຜິດຊອບ ເຄື່ອນໄຫວໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ໄດ້ຜ່ານ ແຈ້ງການ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 1229/ຄອສພ, ລົງວັນທີ 16 ທັນວາ 2024 ກ່ຽວກັບການຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ແລະ ຜ່ານຄຳສັ່ງແນະນຳ ຂອງຄະນະປະຈຳພັກແຂວງ ເລກທີ 01/ຄປພຂ, ລົງວັນທີ 20 ກຸມພາ 2025, ວ່າດ້ວຍການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ.
ໃນໂອກາດນີ້ ທ່ານ ພອນເພັດ ຄິວລາວົງ ໄດ້ໃຫ້ກຽດເລົ່າມູນເຊື້ອ ປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ ເຊິ່ງທ່ານໄດຍົກໃຫ້ເຫັນ ການນໍາພາ ເຮັດການປະຕິວັດຊາດປະຊາທິປະໄຕ ພາຍຫຼັງພັກປະຊາຊົນລາວ ໄດ້ສ້າງຕັ້ງຂຶ້ນ, ກໍ່ໄດ້ປະເຊີນໜ້າກັບຈັກກະພັດອາເມລິກາ, ພັກເຮົາຕ້ອງໄດ້ແບກຫາບເອົາພາລະກຳອັນໜັກໜ່ວງ ເພື່ອນໍາພາ-ຊີ້ນໍາ ປວງຊົນລາວທັງຊາດ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກມືປະຕິການຂາຍຊາດ ພັກເຮົາໄດ້ລະດົມກຳລັງແຮງ ຂອງຊາດ, ສົມທົບກັບກຳລັງແຮງ ແຫ່ງກ້ອນກໍາລັງຮ່ວມສໍາພັນສູ້ຮົບ ລະຫວ່າງປະຊາຊົນ 3 ປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ກຳລັງແຮງຂອງຍຸກສະໄໝ ປີ 1955-1958 ເປັນໄລຍະທີ່ພັກນໍາພາການຕໍ່ສູ້, ເດັດດ່ຽວປົກປັກຮັກສາ 2 ແຂວງເຕົ້າໂຮມ (ຫົວພັນ, ຜົ້ງສາລີ), ພັກໄດ້ເພີ່ມການປັບປຸງ, ບຳລຸງສ້າງກໍາລັງປະກອບອາວຸດ, ພື້ນຖານການເມືອງ ແລະ ເສດຖະກິດ, ສົມທົບກັບການຂົນຂວາຍ-ປຸກລະດົມການຕໍ່ສູ້ທາງການເມືອງຢູ່ 10 ແຂວງ ເພື່ອທັບມ້າງກົນອຸບາຍ “ຫຼອກເສືອອອກຈາກຖໍ້າ” ຂອງພວກລ່າເມືອງຂຶ້ນແບບໃໝ່, ເຮັດໃຫ້ຈັກກະພັດອາເມລິກາ ແລະ ລູກມືຕ້ອງຍອມເຊັນສັນຍາວຽງຈັນ ປີ 1957, ສ້າງຕັ້ງລັດຖະບານປະສົມແຫ່ງຊາດ ຄັ້ງທີ I ຂຶ້ນ ດ້ວຍການ ເຂົ້າຮ່ວມຂອງແນວລາວຮັກຊາດ; ປີ 1959-1962 ເປັນໄລຍະຫັນທິດຕໍ່ສູ້ ຢ່າງທັນການ, ປຸກລະດົມທົ່ວປວງຊົນລາວບັນດາເຜົ່າ ລຸກຮື້ຂຶ້ນ, ຊຸກຍູ້ການຕໍ່ສູ້ທາງດ້ານການທະຫານ ແລະ ການເມືອງພ້ອມໆກັນຢ່າງແຂງແຮງໃນທົ່ວປະເທດ, ປະຕິບັດການຮ່ວມສໍາພັນຢ່າງຮອບດ້ານກັບກໍາລັງຮັກຊາດ ແລະ ສວຍໃຊ້ທ່າຖືກກົດໝາຍຂອງລັດຖະບານເປັນກາງ ຢ່າງສຸດຂີດ ປີ 1959 ສູນກາງພັກ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຂຶ້ນ ໂດຍການເປັນປະທານ ຂອງປະທານ ໄກສອນ ພົມວິຫານ ໄດ້ສັງເກດຕີລາຄາສະພາບການວ່າ: ຈັກກະພັດອາເມລິກາ ແລະ ພວກລູກມືຈະຕ້ອງປາບປາມການປະຕິວັດ ພວກເຮົາມີຄວາມຈຳເປັນຈະຕ້ອງຫັນທິດຕໍ່ສູ້ປີ 1960 ຜູ້ນໍາແນວລາວ ຮັກຊາດ ແຫກຄຸກໄດ້ຢ່າງມະຫັດສະຈັນໄປສູ່ເຂດທີ່ໝັ້ນການປະຕິວັດຢ່າງປອດໄພ ແລະ ໄດ້ປົດປ່ອຍທົ່ງໄຫຫີນຊຽງຂວາງ ປີ 1961, ປົດປ່ອຍຫຼວງນໍ້າທາ ປີ 1962, ເປີດກວ້າງບັນດາຖານທີ່ໝັ້ນ, ປົດປ່ອຍດິນແດນໄດ້ 2/3 ແລະ ມີພົນລະເມືອງ 1/2 ຂອງທົ່ວປະເທດ ເຮັດໃຫ້ດິນແດນ ເຂດປົດປ່ອຍແຕ່ເໜືອຮອດໃຕ້, ຍ້ອນຖືກປະລາ ໄຊຢ່າງໜັກໜ່ວງພວກຈັກກະພັດ ແລະ ລູກມືຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບລາວ ໃນວັນທີ 23 ກໍລະກົດ ປີ 1982 ພ້ອມທັງໄດ້ສ້າງຕັ້ງລັດຖະບານປະສົມແຫ່ງຊາດຄັ້ງທີ II; ປີ 1963-1973 ເປັນໄລຍະຕໍ່ສູ້ຜາບແພ້ຍຸດທະສາດ “ສົງຄາມພິເສດຂອງຈອນເຊີນ” ແລະ ຍຸດທະສາດ “ສົງຄາມພິເສດເພີ່ມທະວີຕາມທິດສະດີນິກເຊີນ” ຂອງຈັກກະພັດອາເມລິກາ; ພວກເຂົາຍັງບໍ່ປະລະກົນອຸບາຍຮຸກຮານລາວ ດັ່ງນັ້ນ ພັກເຮົາຈຶ່ງໄດ້ວາງໜ້າທີ່ສະເພາະໜ້າ ຂອງການປະຕິວັດ “ຕ້ອງເດັດດ່ຽວ ເພື່ອຮັກສາລັດຖະບານປະສົມ 3 ຝ່າຍ ທວງໃຫ້ຈັກກະພັດອາເມລິກາ ແລະ ລູກມື ຕ້ອງເຄົາລົບ ແລະ ປະຕິວັດສັນຍາເຊີແນວ ກ່ຽວກັບລາວ ແລະ ສັນຍາອື່ນໆ ທີ່ໄດ້ເຊັນນໍາກັນ; ຍົກສູງສະຕິລະວັງຕົວປະຕິວັດ, ປົກປັກຮັກສາ ແລະ ກໍ່ສ້າງກໍາລັງປະຕິວັດໃຫ້ເຂັ້ມແຂງໃນທຸກດ້ານ”.