ວັນທີ 17 ມີນາ 2025 ທີ່ສະໂມສອນແຂວງເຊກອງ ກອງບັນຊາການ ປກສ ແຂວງ ໄດ້ປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ພາຍໃຕ້ການເປັນປະທານ ຂອງທ່ານ ສີດາ ສຸວັນນະສາຍ ອະດີດຮອງເລຂາພັກແຂວງເຊກອງ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍ ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ 82 ທ່ານ, ຍິງ 18 ທ່ານ.
ໃນພິທີ່ດັ່ງກ່າວຕ່າງໜ້າຄະນະຮັບຜິດຊອບ ເຄື່ອນໄຫວໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ໄດ້ຜ່ານ ແຈ້ງການ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 1229/ຄອສພ, ລົງວັນທີ 16 ທັນວາ 2024 ກ່ຽວກັບການຈັດຕັ້ງໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ແລະ ຜ່ານຄຳສັ່ງແນະນຳ ຂອງຄະນະປະຈຳພັກແຂວງ ເລກທີ 01/ຄປພຂ, ລົງວັນທີ 20 ກຸມພາ 2025, ວ່າດ້ວຍການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ.
ໂອກາດນີ້ ທ່ານ ສີດາ ສຸວັນນະສາຍ ໄດ້ໃຫ້ກຽດເລົ່າມູນເຊື້ອ ປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ ເຊິ່ງທ່ານໄດຍົກໃຫ້ເຫັນວ່າພາຍໃຕ້ການນໍາພາ-ຊີ້ນໍາ ອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບ ແລະ ປະຊາຊົນລາວ ສາມາດຕີເອົາຊະນະການບຸກໂຈມຕີບຽດຢຶດຂອງສັດຕູ (ປີ 1968), ບັ້ນຮົບທົ່ງໄຫຫີນຊຽງຂວາງ(ປີ 1970), ບັ້ນຮົບລາມເຊິນ 719 (ປີ 1971) ພາຍໃຕ້ການປະຕິບັດ ຄໍາຂັວນ: “ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງທຸກຢ່າງເພື່ອຕີເອົາຊະນະຈັກກະພັດອາເມລິກາ ແລະ ລູກມື; ປີ 1972 ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກໄດ້ໄຂຂຶ້ນ, ພັກໄດ້ວາງແນວທາງຕໍ່ສູ້ ໃນຂອບເຂດທົ່ວປະເທດ ໂຄງການການເມືອງໄດ້ກຳນົດໜ້າທີ່ພື້ນຖານຂອງການປະຕິວັດຄື: ສາມັກຄີ ປະຊາຊົນ ບັນດາເຜົ່າ, ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ ແລະ ຊົນຊັ້ນສັກດິນາ, ສຳເລັດການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ໃນທົ່ວປະເທດ, ກຽມເງື່ອນໄຂໃນທຸກດ້ານ ເພື່ອກ້າວຂຶ້ນສັງຄົມນິຍົມ ໂດຍບໍ່ຜ່ານເສັ້ນທາງ ຂະຫຍາຍຕົວແບບທຶນນິຍົມ, ເຮັດໃຫ້ປະເທດລາວ ກາຍເປັນປະເທດສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
ປີ 1973-1975 ເປັນໄລຍະຕໍ່ສູ້ເພື່ອສໍາເລັດການປະຕິວັດຊາດ ປະຊາທິປະໄຕ ໃນທົ່ວປະເທດ ພາຍໃຕ້ການນໍາພາຂອງພັກມະຫາຊົນ, ຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງຂອງສັດຕູ ແລະ ໃນເຂດເປັນກາງເປັນ ຕົ້ນແມ່ນ ກຳມະກອນ, ຊາວນາ, ນັກຮຽນ, ນັກສຶກສາ ໄດ້ພ້ອມກັນລຸກຮື້ຂຶ້ນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ນັບມື້ນັບ ຫຼາຍຂຶ້ນ, ຟົດຟື້ນ, ແຂງແຮງ ທົ່ວປະເທດ ໄດ້ປະກາດລົບລ້າງອໍານາດການປົກຄອງ, ອໍານາດທະຫານ ຂອງສັດຕູ ໃຫ້ຊິ້ນເຊີງ; ສ້າງຕັ້ງອໍານາດການປົກຄອງປະຕິວັດ ແລະ ກຳລັງປະກອບອາວຸດປະຕິວັດ ຂອງປະຊາຊົນຂຶ້ນແທນ ໃນຂອບເຂດທົ່ວປະເທດ ໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດ (ການລຸກຮື້ຂຶ້ນຂອງປະຊາຊົນ, ການໜູນໜີບຂອງກໍາລັງປະກອບອາວຸດປະຕິວັດ ແລະ ການລຸກຮື້ຂຶ້ນແຍກຕົວອອກຂອງທະຫານຝ່າຍລາຊະອານາຈັກ ມາຮ່ວມກັບກໍາລັງປະຕິວັດ) ເພື່ອຢຶດອໍານາດແບບ “ບົວບໍ່ຊໍ້າ-ນໍ້າບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ; ປີ 1975 ສູນກາງພັກໄດ້ອອກມະຕິຕົກລົງລົບລ້າງລະບອບລາຊາທິປະໄຕທີ່ຫຼ້າຫຼັງ, ສ້າງຕັ້ງອໍານາດການປົກຄອງ ໃໝ່ຂອງປະຊາຊົນທີ່ເຂັ້ມແຂງ ພາຍໃຕ້ການນໍາພາຂອງພັກ; ປະຊາທິປະໄຕ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ.