ກອງປະຊຸມ ປະເມີນກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ ປະຈຳປີ 2023.

ວັນທີ 4 ມັງກອນ 2024 ໜ່ວຍພັກທີ່ຂື້ນກັບ ຄະນະພັກຮາກຖານພະແນກກະສິກໍາ ແລະ ປ່າໄມ້ ໄດ້ເປີດກອງປະຊຸມ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023.  ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະກຳມະການຕິດຕາມ, ຊຸກຍູ້ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນພະແນກກະສິກຳ ແລະ ປ່າໄມ້ເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ຕາງໜ້າຄະນະພັກຮາກຖານ ໄດ້ຜ່ານບົດລາຍງານ ການກະກຽມປະເມີນຜົນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ ຂອງ 5 ໜ່ວຍພັກ (ໜ່ວຍພັກຫ້ອງການບໍລິຫານ, ໜ່ວຍພັກຂະແໜງຊົນລະປະທານ, ໜ່ວຍພັກຂະແໜງພັດທະນາຊົນນະບົດ ແລະ ສະຫາກອນ,  ໜ່ວຍພັກຂະແໜງປ່າໄມ້,  ໜ່ວຍພັກກອງກວດ ກາປ່າໄມ້) ທີ່ຂຶ້ນກັບຄະນະພັກຮາກຖານພະແນກກະສິກຳ ແລະ ປ່າໄມ້; ໃນກອງປະຊຸມແຕ່ລະໜ່ວຍພັກຍັງໄດ້ຜ່ານບົດສະຫຼຸບ ຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023; ສາມາດ ຈັດປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະເພດໜ່ວຍພັກແຂງ, ໄດ້ຈັດປະເພດສະມາຊິກພັກແຂງມີ 145 ສະຫາຍ, ຍິງ 46 ສະຫາຍ; ສະມາຊິກພັກກາງ 1 ສະຫາຍ; ແລະ ຜ່ານໄດ້ທິດທາງແຜນການ ປະຈໍາປີ 2024; ຈາກນັ້ນບັນດາອົງການຈັດມະຫາຊົນ (ຊາວໜຸ່ມ, ແມ່ຍິງ, ກຳມະບານ), ຄະນະກຳມະການຕິດຕາມ, ຊຸກຍູ້ການປະເມີນຜົນຂັ້ນແຂວງ ແລະ ສະມາຊິກພັກ ໄດ້ປະກອບຄຳເຫັນໃສ່ຮ່າງເນື້ອໃນການຕີລາຄາດັ່ງກ່າວ ເພື່ອໃຫ້ຄົບຖ້ວນ ແລະ ສອດຄ່ອງ ຕາມມາດຖານເງື່ອນໄຂ ຂອງການປະເມີນກໍ່ສ້າງໜ່ວຍພັກ.

ຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນໃນການປະຕິບັດຕິໜ້າທີ ຂອງຄະນະໜ່ວຍພັກແຕ່ລະໜ່ວຍ ແລະ ຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳ ສະມາຊິກພັກຂອງຕົນ ປະຕິບັດລະບຽບຂອງພັກ, ກົດໝາຍລັດຖະກອນ, ການປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບ ແລະ ໄດ້ຮັບຜົນສຳເລັດຕາມການມອບໝາຍຂອງຂັນເທິງ ພ້ອມກັນນັ້ນວຽກງານອົງການມະຫາຊົນ ກໍມີຄວາມບຸກບືນຫ້າວຫັນປະຕິ ບັດວຽກງານຕາມພາລະບົດບາດຂອງຕົນເຮັດໃຫ້ມີຜົນງານອັນໂດດເດັ່ນ, ນອກຈາກນັ້ນຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ຄະນະຮັບຜິດຊອບຮີບຮ້ອນປັບປຸງ ບາງເນື້ືອໃນຕາມການຄົ້ນຄວ້າ, ແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອຈະນຳໄປສະ ເໜີຄະນະພັກຂັ້ນເທິງຄົ້ນຄ້ວາ, ພິຈາລະນາ ແລະ ຮັບຮອງຕາມລະບຽບການຂອງພັກ.

 

 

 

                                                                                     

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa