ຄະນະນຳ ຂອງແຂວງເຊກອງ ແລະ ເມືອງ ວາງພວງມາລາ, ກະຕ່າດອກໄມ້ ເນື່ອງໃນໂອກາດສະຫຼອງວັນຊາດ ຄົບຮອບ 48 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານຄົບຮອບ 103 ປີ

ເວລາ 5:30 ໂມງ ຂອງວັນທີ 1 ທັນວາ 2023, ຄະນະພັກ, ອົງການປົກຄອງ ແລະ ສະມາຊິກສະພາປະຊາຊົນແຂວງເຊກອງ ນໍາໂດຍ ທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ເຂົ້າຮ່ວມວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານຮູບປັ້ນ ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023).

ທັງນີ້, ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ, ຕໍ່ຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງ ຂອງບັນພະບູລຸດລາວ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ໃນພາລະກິດຕໍ່ສູ້ເພື່ອປົດປ່ອຍຊາດ ຈົນສາມາດນຳໄຊຊະນະມາໃຫ້ປະຊາຊົນລາວໄດ້ຢ່າງສົມບູນ ແລະ ສະຖາປານາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນວັນທີ 2 ທັນວາ 1975 ຈົນເຖິງທຸກວັນນີ້.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa