ຄະນະພັກຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປີດກອງປະຊຸມ ປະເມີນ 3 ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

ວັນທີ 26 ທັນວາ 2023 ໂມງ 3 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດກອງປະຊຸມ ການປະເມີນກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະ ຈຳປີ 2023. ພາຍໃຕ້ການເຂົ້າຮ່ວມ ເປັນປະທານ ຂອງສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກ  ແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະກຳມະການຕິດຕາມຊຸກຍູ້, ປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ທີ່ຂື້ນກັບຄະນະພັກຮາກຖານພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຂົ້າຮ່ວມ ທັງໝົດ 44 ສະ ຫາຍ, ຍິງ 20 ສະຫາຍ.

ໃນກອງປະຊຸມ ຕາງໜ້າຄະນະພັກຮາກຖານ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດ ໃນການປະເມີນກໍ່ສ້າງ    ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023; ພ້ອມກັນນັ້ນ ຕາງໜ້າໜ່ວຍພັກເສນາທິການ, ໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ແລະ ໜ່ວຍພັກວັດທະນະທຳ-ທ່ອງທ່ຽວ ກໍໄດ້ຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂອງໜ່ວຍພັກຕົນ; ຫລັງຈາກນັ້ນ ບັນດາອົງການຈັດຕັ້ງມະຫາຊົນ(ຊາວໜຸ່ມ, ແມ່ຍິງ, ກຳມະບານ), ຄະນະກຳມະການ ແລະ ສະມາຊິກພັກພາຍໃນຮາກຖານກໍໄດ້ປະກອບຄຳເຫັນໃສ່ຮ່າງບົດສະຫລຸບດັ່ງກ່າວ ເພື່ອໃຫ້ບົດສະຫລຸບມີເນື້ອໃນຄົບຖ້ວນ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານພັກ, ການຕີລາຄາ  ໜ່ວຍພັກເຫັນວ່າຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ຕໍ່ການປະເມີນຜົນໃນຄັ້ງນີ້ສອດຄອງຕາມຫຼັກການຂອງພັກ; ນອກຈາກນີ້ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ຕະຫຼອດຮອດຜູ້ຮັບຜິດຊອບວຽກງານອົງການຈັດຕັ້ງມະຫາຊົນ ຈົ່ງໄດ້ຮີບຮ້ອນກະກຽມທຸກເງື່ອນ ໄຂເປີດກອງປະຊຸມໃຫຍ່ ຂອງອົງການຈັດຕັ້ງມະຫາຊົນໃຫ້ສຳເລັດ ເພື່ອຈະໄດ້ເປີດກອງປະຊຸມໃຫຍ່ຂອງ ຄະນະພັກຮາກຖານໃຫ້ສຳເລັດຕາມແຜນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa