ຄະນະໂຄສະນາອົບຮົມແຂວງເຊກອງ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານ ຜ່ານສື່ເອເລັກໂຕຼນິກ(ເວັບໄຊສ) ປະຈຳໄຕມາດ IV/2023

ວັນທີ 13 ທັນວາ 2023 ທ່ານ ນາງ ຈັນສະໄໝ ວິໄລສານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມ ກອງປະຊຸມສ່ອງແສງລາຍງານ ການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ປະຈຳໄຕມາດ IV(10-11-12/2023) ແລະ ສະຫຼຸບການເຄື່ອນໄຫວວຽກງານເວັບໄຊສ ປະຈໍາປີ 2023. ໂດຍການເປັນປະທານ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຫົວໜ້າກົມ ແລະ ຮອງກົມຂໍ້ມູນຂ່າວສານ, ມີຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານວິຊາການ ທີ່ຮັບຜິດຊອບວຽກງານເວັບໄຊສ 17 ແຂວງ ແລະ ນະຄອນຫລວງ ເຂົ້າຮ່ວມ.

ໃນກອງປະຊຸມ ຄະນະໂຄສະນາອົບຮົມແຕ່ລະແຂວງ ໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊສ ຂອງຕົນ ໃນໄລຍະ 3 ເດືອນຜ່ານມາ; ພ້ອມທັງຜ່ານບົດສະຫຼຸບການເຄື່ອນໄຫວ ວຽກງານເວັບໄຊສ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024.

ໃນຕອນທ້າຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໃຫ້ກຽດມີຄຳເຫັນ ແລະ ໄດ້ຍົກໃຫ້ເຫັນ ຄວາມສຳຄັນ ຂອງວຽກງານໂຄສະນາອົບຮົມ ການຫັນໄປສູ່ຄວາມທັນສະໄໝ ເພືີ່ອຕອບສະໜອງຕາມຄວາມຕ້ອງການຂອງໜ້າທີີ່ວຽກງານໃນໄລຍະໃໝ່ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ສູ້ຊົນ ແລະ ພັດທະນາຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ ເພືີ່ອປະດິດສ້າງເຄືີ່ອງມືເຕັກໂນໂລຊີກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ບັນດາແນວທາງ, ມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນ ຂອງພັກ ຂອງຊາດ ພ້ອມກັນນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ ຄະນະໂຄສະນາອົບຮົມແຂວງຕ້ອງເປັນເຈົ້າການເລືອກເຟັ້ນພະນັກງານຜູ້ທີີ່ມີພອນສະຫວັນ, ມີຄວາມຮູ້, ຄວາມສາມາດມາຮັບຜິດຊອບວຽກງານດັ່ງກ່າວ, ທາງຜູ້ຊີ້ນໍາວຽກງານເວັບໄຊສ ຕ້ອງຕິດຕາມກວດກາຄືນການເຄືີ່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຼນິກ (ເວັບໄຊສ) ຂອງແຂວງຕົນ, ສ້າງການພົວພັນ ແລະ ປະສານງານຢ່າງເປັນປົກກະຕິ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງສ້າງການຫັນປ່ຽນໃຫ້ເມືອງມີການປະສານຂໍ້ມູນ ບົດຂ່າວການເຄືີ່ອນໄຫວຂອງເມືອງ ລົງໃນເວັບໄຊສ, ເພີ່ມທະວີການພົວພັນປະສານງານລະຫວ່າງຜູ້ຮັບຜິດຊອບເວັບໄຊສຄະນະໂຄສະນາອົບຮົມແຂວງ ແລະ ຄະນະຮັບຜິດຊອບທາງສູນກາງ, ເພື່ອເສີມຂະຫຍາຍດ້ານດີຢ່າງຕັ້ງໜ້າ ພ້ອມກັນແກ້ໄຂຂໍ້ຄົງຄ້າງໃຫ້ສໍາເລັດໄປເທື່ອລະກ້າວ, ຮີບຮ້ອນສືບຕໍ່ຈັດຕັ້ງປະຕິບັດການຊັບຊ້ອນບຸກຄະລາກອນ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເຂົ້າໃນວຽກງານດັ່ງກ່າວໃຫ້ສໍາເລັດໂດຍໄວ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa