ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປະເມີນຜົນງານ 1 ປີ  ຂອງພະນັກງານ-ລັດຖະກອນ ປະຈຳປີ 2023

ຕອນເຊົ້າ ຂອງວັນທີ 8 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມ ປະເມີນຜົນງານ 1 ປີ ຂອງພະນັກງານ-ລັດຖະກອນ ປະຈຳປີ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ຫົວໜ້າຂະແໜງ, ຮອງຂະແໜງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກຳມະບານ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 7 ທ່ານ.

ໃນກອງປະຊຸມ ໄດ້ຜ່ານແຈ້ງການ ຂອງພະແນກພາຍໃນແຂວງເຊກອງ ສະບັບເລກທີ 56/ພນຂ.ຊກ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສະເໜີຍ້ອງຍໍ ປະຈຳປີ 2023 ແລະ ຜ່ານໃບເກັບກ່ຽວຜົນງານ 1 ປີ ຂອງພະນັກງານ-ລັດຖະກອນ ປະຈຳປີ 2023. ພ້ອມກັນນັ້ນໃນກອງປະຊຸມຍັງໄດ້ປະກອບຄຳເຫັນຕໍ່ການຕີລາຄາ, ຈັດປະເພດການສະ    ເໜີຍ້ອງຍໍ, ໂດຍຍົກໃຫ້ເຫັນດ້ານດີ-ຂໍ້ຄົງຄ້າງໃນການປະຕິບັດໜ້າທີ່ວຽກງານ 1 ປີຜ່ານມາ ແລະ  ເຫັນດີເປັນເອກະພາບ ໃນການຈັດປະເພດ ໃຫ້ແກ່ ພະນັກງານ-ລັດຖະກອນ ປະຈຳປີ 2023 ດັ່ງນີ້:

  1. ປະເພດໃບຍ້ອງຍໍຂັ້ນແຂວງມີ 14 ທ່ານ, ຍິງ 11 ທ່ານ.
  2. ປະເພດໃບຊົມເຊີຍຂັ້ນແຂວງມີ 11 ທ່ານ, ຍິງ 6 ທ່ານ.
  3. ໂຈະການການສະເໜີຍ້ອງຍໍ 1 ທ່ານ.

ຕອນທ້າຍ ຂອງກອງປະຊຸມ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດມີຄຳເຫັນຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນກ່ຽວກັບຄວາມໝາຍຄວາມສຳຄັນການຄົ້ນຄວ້າເພື່ອສະເໜີຂັ້ນເທິ່ງປະຕິບັດຍ້ອງຍໍໃຫ້ແກ່ພະນັກງານ-ລັດຖະກອນທີ່ໄດ້ປະຕິບັດໜ້າທີ່ວຽກງານໃນໄລຍະ 1 ປີ.  ພ້ອມທັງໄດ້ ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ສືບຕໍ່ປະຕິບັດໜ້າທີ່ການເມືອງ ເພື່ອໃຫ້ພະນັກງານ-ລັດຖະກອນມີຄວາມເອກະພາບຕໍ່ຜົນການຄົ້ນຄວ້າ ແລະ ຈັດປະເພດຄັ້ງນີ້.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa