ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປະເມີນຜົນງານ 1 ປີ 2023

ເວລາ 13:30 ໂມງ ຂອງວັນທີ 13 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມ ປະເມີນຜົນງານ 1 ປີ ຂອງຄະນະໂຄສະນາອົບຮົມແຂວງ ປະຈຳປີ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຮຽງ ບຸນຈິດ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ມີຫົວໜ້າ ແລະ ຮອງຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ຫົວໜ້າຂະແໜງ, ຮອງຂະແໜງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 7 ທ່ານ.

ໃນກອງປະຊຸມ ຄະນະໂຄສະນາອົບຮົມ ທັງ 4 ທ່ານໄດ້ຜ່ານໃບເກັບກ່ຽວຜົນງານ ແລະ ໃບປະເມີນຕົນເອງໃນການຈັດຕັ້ງປະຕິບັດວຽກງານ 1 ປີ 2023. ພ້ອມກັນນັ້ນບັນດາຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄຳເຫັນຕໍ່ການຕີລາຄາ, ການປະເມີນຜົນງານ, ພ້ອມທັງໄດ້ມີຄຳເຫັນກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການປະຕິບັດໜ້າທີ່ວຽກງານ 1 ປີຜ່ານມາ.

ຕອນທ້າຍ ຂອງກອງປະຊຸມ ທ່ານ ນາງ ບຸນຮຽງ ບຸນຈິດ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ໄດ້ໃຫ້ກຽດມີຄຳເຫັນຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິ ບັດວຽກງານ ຂອງບັນດາທ່ານໃນ ຄະນະໂຄສະນາອົບຮົມແຂວງ ຕະຫຼອດໄລຍະ 1 ປີຜ່ານມາ ເຫັນວ່າໄດ້ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຢ່າງຕັ້ງໜ້າ, ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄະນະໂຄສະນາອົບຮົມແຂວງ ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ເປັນເຈົ້າປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນ ແລະ ເອົາໃຈໃສ່ນຳພາ-ຄຸ້ມຄອງພະນັກ ງານ-ລັດຖະກອນ ໃນຄວາມຮັບຜິດຊອບຂອງຕົນ, ຊຸກຍູ້, ຕິດຕາມ, ກວດກາ  ການຈັດຕັ້ງປະຕິບັດໜ້າທີ່ວຽກງານ,  ເອົາໃຈໃສ່ຮຽນຮູ້ແນວທາງຂອງພັກ, ກົດໝາຍຂອງລັດ ພ້ອມທັງເຜີຍແຜ່ເຊື່ອມຊຶມໃຫ້ກວ້າງຂວາງ ແລະ ເລິກເຊິ່ງ.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa