ຄະນະໂຄສະນາອົບຮົມແຂວງ ເປີດຊຸດຮຽນສະໜັບສະໜູນ ໃຫ້ມະຫາຊົນ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ II ປີ 2023

ວັນທີ 6 ກຸມພາ 2024 ຄະນະໂຄສະນາອົບຮົມແຂວງ ເປີດຊຸດຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະ ຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ II ປີ 2023. ພາຍໃຕ້ການເປັນປະທານ ຂອງສະຫາຍ ແສງຄໍາ ສຸວັນແດງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍນາງ ຂັວນໃຈ ສີສຸວົງ ຮອງຫົວໜ້າຂະແໜງພັກ ຄະນະຈັດຕັ້ງແຂວງ, ມີມະຫາຊົນຈາກພະແນກການອ້ອມຂ້າງແຂວງ, ລັດວິສາຫະກິດ ແລະ ສູນການສຶກສານອກໂຮງ ຮຽນເຂົ້າຮ່ວມ 27 ທ່ານ, ຍິງ 13 ທ່ານ.

ໃນໂອກາດນີ້ ສະຫາຍ ແສງຄໍາ ສຸວັນແດງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດເຊື່ອມຊຶມເອກະສານສະໜັບສະໜູນພັກປະຊາຊົນປະຕິວັດລາວ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ຮັບຮູ້-ເຂົ້າໃຈກ່ຽວກັບ ປະຫວັດຄວາມເປັນມາ ແລະ ຄວາມໝາຍ, ຄວາມສຳຄັນ,  ອຸດົມການ ແລະ ທາດແທ້ ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ; ພ້ອມນັ້ນທ່ານຍັງໄດ້ຊີ້ແຈງ ແລະ ຍົກໃຫ້ເຫັນໜ້າທີ່ຂອງມະຫາຊົນກ້າວໜ້າຕ້ອງມີຄວາມບຸກບືນ, ຫ້າວຫັນ, ປະຕິບັດຕາມກົດລະບຽບ ແລະ ຂໍ້ຫ້າມ ຂອງກົດລະບຽບ ພັກ, ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ,ເງື່ອນໄຂຄົບຖ້ວນ ແລະ ເປັນຜູ້ຕື່ນຕົວດ້ວຍຕົນເອງສະໝັກເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ.

                                                                                  

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa