ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ສຳພາດ ຕໍ່ວິທະຍຸ-ໂທລະພາບແຂວງເຊກອງ

ວັນທີ 30 ພະຈິກ 2023 ເວລາ 10:00 ໂມງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ສຳພາດ ຕໍ່ນັກຂ່າວວິທະຍຸ-ໂທລະພາບແຂວງເຊກອງ ກ່ຽວກັບການກະກຽມປາຖະກະຖາເລົ່າມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ; ທີ່ຈະຈັດຂື້ນໃນຕົ້ນເດືອນທັນວາ ປີ 2023 ແລະ ຜົນສຳເລັດໃນການເຜີຍແຜ່ຜັນຂະ ຫຍາຍວັນສຳຄັນ ຂອງພັກ ຂອງຊາດ ໄລຍະ 1 ປີຜ່ານມາ; ຄະນະໂຄສະນາອົບຮົມແຂວງເຊກອງ ໄດ້ເປັນເຈົ້າການຄົ້ນຄວ້າ ແລະ ປະສານງານນຳຄະນະໂຄສະນາອົບຮົມສູນກາງພັກ, ພ້ອມທັງໄດ້ອອກແຈ້ງການ ໃຫ້ຄະນະພັກ, ຄະນະນໍາແຕ່ລະຂັ້ນເປັນບ່ອນອີງໃນການສືບຕໍ່ຈັດຕັ້ງປາຖະກະຖາ-ເລົ່າມູນເຊື້ອ ວັນສຳຄັນດັງກ່າວເພື່ອແນໃສ່ເຮັດ ໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈຄວາມໝາຍ-ຄວາມສຳຄັນ ຂອງວັນຊາດ ທີ 2 ທັນວາ 1975 ຊຶ່ງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວ ບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ, ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງຄວາມ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ; ເພື່ອເປັນການທົບທວນ-ຫວນຄືນມູນເຊື້ອອັນພິລະອາດຫານນັ້ນ ປີ 2023 ນີ້ຄະນະພັກ, ອົງການປົກຄອງແຂວງເຊກອງແມ່ນຈະໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອຂຶ້ນ ໃນວັນທີ 01 ທັນວາ 2023.

ດ້ວຍຄວາມເອົາໃຈໃສ່ ຂອງຄະນະບໍລິຫານງານພັກແຂວງ, ຄະນະພັກແຕ່ລະຂັ້ນ ພ້ອມດ້ວຍຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ໄດ້ເປັນເຈົ້າການນຳພາ-ຊີ້ນຳຈັດຕັ້ງປາຖະກະຖາ-ເລົ່າມູນເຊື້ອວັນສຳຄັນຕ່າງໆ ​ຂອງສ້າງຕັ້ງກອງທັບປະຊາຊົນລາວ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ວັນເກີດທ່ານຜູ້ນຳ ແລະ ວັນສຳຄັນຕ່າງໆ ຂອງພັກ ຂອງຊາດ ແລະ ສາກົນ, ປະຕິ ບັດຕາມພາລະບົດບາດ, ສິດ, ໜ້າທີ່ ເຮັດວຽກງານການເມືອງ-ແນວຄິດ, ຄະນະໂຄສະນາອົບແຂວງ ໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍແນວທາງ ຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບການເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງເພື່ອແນໃສ່ຕີລາຄາການນຳພາ-ຊີ້ນຳ ຂອງຄະນະພັກໃນໄລຍະຜ່ານມາ ແລະ ເປັນບ່ອນອີງໃຫ້ແກ່ການວາງແຜນຈັດຕັ້ງປະຕິ ບັດ ໃນອີກເຄິ່ງສະໄໝຕໍ່ໜ້າ, ນອກຈາກນັ້ນກໍໄດ້ເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ, ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ.

ອັນພົ້ນເດັ່ນໃນປີ 2023 ນີ້ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງການໂຄສະນາ-ປາຖະກະຖາວັນສຳຄັນຂອງພັກ, ຂອງຊາດ ແລະ ສາກົນ, ພ້ອມທັງ ແຈ້ງການແນະນຳ ໃຫ້ບັນດາພະແນກການອ້ອມຂ້າງແຂວງ ແລະ 4 ຕົວເມືອງສືບຕໍ່ຈັດຕັ້ງຜັນຂະ ຫຍາຍໃຫ້ກວ້າງຂວາງ-ເລິກເຊິ່ງ, ສາມາດຈັດຕັ້ງປະຕິບັດ ໄດ້ 18 ກວ່າຄັ້ງມີຜູ້ເຂົ້າຮ່ວມ 6.517 ເທື່ອຄົນ, ຍິງ 2.933 ເທື່ອຄົນ.

ໄປຄຽງຄູ່ກັບການເຊື່ອມຊຶມ, ຜັນຂະຫຍາຍແນວທາງຂອງພັກ, ຄະນະໂຄສະນາອົບຮົມ ຍັງໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ຕິດພັນກັບການບຳລຸງກໍ່ສ້າງເປັນພະນັກງານສືບທອດປ່ຽນແທນ ຂອງແຕ່ລະພະແນກການ,ຂະແໜງການ ເພື່ອລົງກໍ່ສ້າງຮາກຖານການເມືອງ ທີ່ຈະໄປປະຈຳຢູ່ 4 ເມືອງໃນຊຸດທີ 2 ພ້ອມນີ້, ຍັງໄດ້ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ  ຈັດຝຶກອົບຮົມວິຊາການເມືອງ-ສັງຄົມໃຫ້ແກ່ຄູສອນ ແລະ ຜູ້ບໍລິຫານໂຮງຮຽນ ໃນຊັ້ນມັດ ທະຍົມຢູ່ອ້ອມຂ້າງແຂວງ, ເມືອງລະມາມ ແລະ ເມືອງທ່າແຕງ, ມີຜູ້ເຂົ້າຮ່ວມ 48 ທ່ານ, ຍິງ 17 ທ່ານ; ສາມາດເຮັດໃຫ້ພະນັກງານ, ສະມາຊິກພັກ ມີຄວາມຮັບຮູ້ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນສູງຂຶ້ນ, ປະຊາຊົນບັນດາເຜົ່າ ມີຄວາມຕື່ນຕົວໃນການພັດທະນາ, ເອົາໃຈໃສ່ສ້າງເສດຖະກິດຄອບຄົວ ດ້ວຍການປູກຝັງ-ລ້ຽງສັດ ກາຍເປັນສິນຄ້າ, ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ, ມີຄວາມສາມັກຄີປອງດອງ, ເຮັດໃຫ້ແຂວງເຊກອງ ມີສະຖຽນນະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.

ຕໍ່ບັນດາຜົນງານ-ຜົນສຳເລັດທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ການເມືອງ ຂອງພັກ, ເຊິ່ງຍາມໃດກໍເຫັນໄດ້ຄວາມສຳຄັນ ຂອງວຽກງານໂຄສະນາ-ປາຖະກະຖາ ເປັນໜ້າທີ່ຄວາມຮັບ ຜິດຊອບ ຂອງຄະນະພັກທຸກຂັ້ນ ແລະ ຂອງທຸກຄົນໃນທົ່ວສັງຄົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa