ເຊກອງ ປາຖະກະຖາ ວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (14 ເມສາ 1984 – 14 ເມສາ 2024)

ວັນທີ 18  ມີນາ 2024 ແຂວງເຊກອງໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (14 ເມສາ 1984 – 14 ເມສາ 2024). ພາຍໃຕ້ການໃຫ້ກຽດເປັນປະທານ ຂອງທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈໍາພັກເມືອງ, 2 ກໍາລັງ, ຫົວໜ້າ-ຮອງພະແນກການອ້ອມຂ້າງແຂວງ ແລະ ອາດີດການນໍາ ຂອງແຂວງ ເຂົ້າຮ່ວມ 120 ທ່ານ, ຍິງ 24 ທ່ານ.

ໃນພິທີດັ່ງກ່າວ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອແຫ່ງການນໍາພາ ຂອງອົງຄະນະພັກແຂວງເຊກອງ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງມູນເຊື້ອຮັກຊາດ, ຕໍ່ສູ້ບໍ່ຍອມຈຳນົນ ເພື່ອປົດປ່ອຍຊາດອອກຈາກແອກການປົກຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ອາເມລິກາ ເຊິ່ງສະແດງໃຫ້ເຫັນເຖິງມູນເຊື້ອຂະບວນການຕໍ່ສູ້ ຂອງທ່ານ ອົງແກ້ວ ແຕ່ປີ 1901 ຫາປີ 1997 ແລະ ຂະ ບວນການຕໍ່ສູ້ ຂອງປະຊາຊົນພາກໃຕ້ລາວ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະທານສະພາລັດຖະມົນຕີເປັນຜູ້ລົງລາຍເຊັນ ດໍາລັດເລກທີ 041/ປສລ, ລົງວັນທີ 14 ເມສາ 1984 ວ່າດ້ວຍການແບ່ງແຂວງສາລະວັນ ອອກເປັນ 2 ແຂວງຄື: ແຂວງສາລະວັນ ແລະ ແຂວງເຊກອງ; ເວລານັ້ນ ແຂວງເຊກອງ ປະກອບ ມີ 3 ຕົວເມືອງຄື: ເມືອງລະມາມ, ເມືອງດາກຈຶງ, ເມືອງກະລຶມ, 19 ຕາແສງ, ມາຮອດວັນທີ 12 ທັນວາ 1993 ຈຶ່ງໄດ້ປະກາດສ້າງຕັ້ງ ເມືອງທ່າແຕງ  ນັບແຕ່ປີ 1984-2024 ເປັນໄລຍະ 40 ປີ ພາຍໃຕ້ມະຕິກອງປະຊຸມໃຫຍ່ອົງຄະນະພັກ 7 ສະໄໝ ນັບແຕ່ຄັ້ງທີ IV-X ຄະນະພັກ, ອົງການປົກຄອງແຂວງ ໄດ້ສືບຕໍ່ນໍາພາ-ຊີ້ນໍາ ແລະ ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍແຕ່ລະຄັ້ງ ສຳເລັດໃນຫຼາຍດ້ານ ໃນນັ້ນ,  ອັນທີ່ເປັນພື້ນຖານແມ່ນປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ທັງຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວດ້ວຍຈັງຫວະໝັ້ນທ່ຽງ ສາມາດປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງດ້ານການເມືອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa