ແຂວງເຊກອງ ຈັດພິທິ ປາຖະກະຖາ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (08 ກຸມພາ 1924 – 08 ກຸມພາ 2024)

ວັນທີ 2 ກຸມພາ 2024 ແຂວງເຊກອງ ໄດ້ປາຖະກະຖາ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (08 ກຸມພາ 1924 – 08 ກຸມພາ 2024). ພາຍໃຕ້ການໃຫ້ກຽດເປັນປະທານ ຂອງທ່ານ ບົວສອນ ບຸບຜາວັນ ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ເຫລັກໄຫລ ສີວິໄລ ກຳມະ ການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ປະທານ ແລະ ຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງພະແນກການອ້ອມຂ້າງແຂວງ, ຄະນະພັກ 2 ກໍາລັງປະກອບອາວຸດແຕ່ຊັ້ນພັນໂທຂື້ນໄປ, ອາດີດການນຳ ຂອງແຂວງ, ເລຂາພັກເມືອງ-ເຈົ້າເມືອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ 4 ເມືອງເຂົ້າຮ່ວມ 195 ທ່ານ, ຍິງ 46 ທ່ານ.

ໃນພິທີ ທ່ານ ບົວສອນ ບຸບຜາວັນ ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດ ປາຖະກະຖາ ເລົ່າເຖິງປະຫວັດການເຄື່ອນໄຫວ ຂອງປະທານ ຄຳໄຕ ສີພັນດອນ  ເຊິ່ງທ່ານແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງການປະຕິວັດລາວ ໄດ້ຮ່ວມກັບ ຜູ້ນໍາຄົນອື່ນໆ ນໍາພາ-ພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນຳທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫຼະທຸກສິ່ງທຸກຢ່າງ, ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ ເມື່ອຍ, ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ. ປະທານ ຄຳໄຕ ສີພັນດອນ ຍາມໃດກໍ່ໄດ້ຮັບຄວາມນັບຖືຮັກ ແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະກໍ່ຄື ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ; ປະທານ ຄຳໄຕ ສີພັນດອນ ໄດ້ຮັບໜ້າທີ່ສໍາຄັນເຊັ່ນ: ຜູ້ແທນລັດຖະບານລາວ ອິດສະຫຼະປະຈຳເຂດໃຕ້ລາວ, ເປັນປະທານຄະນະກຳມະ ການຕໍ່ຕ້ານເຂດກາງ, ເປັນກຳມະການສູນກາງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກຳມະການສູນກາງພັກ; ໄດ້ຮັບການປະດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນເວລາຕໍ່ມາ, ເປັນກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກ ລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa