ໂຮງຮຽນການເມືອງ-ການປົກຄອງແຂວງ ເຊກອງ ປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ II ແລະ ເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III  

ວັນທີ 28 ທັນວາ 2023 ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເຊກອງ ໄດ້ຈັດພິທີ ປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ II ປີ 2023 ແລະ ເປີດຊຸດຮຽນທິດສະດີຂັ້ນຕົ້ນ ຮຸ່ນທີ III ປີ 2024. ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ   ແຂວງ, ມີຫົວໜ້າ, ຮອງພະແນກການອ້ອມຂ້າງແຂວງ, ການນຳ ຂອງ 4 ເມືອງ, ພ້ອມດ້ວຍຄູອາຈານ ແລະ ນັກສືກສາ 2 ຮຸ່ນເຂົ້າຮ່ວມ 145 ທ່ານ, ຍິງ 49 ທ່ານ.

ໃນພິທີດັ່ງກ່າວ ທ່ານ ຄຳເຂືອງ ໄຊຍະເສນ ຮັກສາການຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ລາຍງານຜົນສຳເລັດການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ II ແລະ ແຜນຈັດຕັ້ງປະຕິບັດຫຼັກສູດ ການຮຽນ-ການສອນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ປີ 2024; ໃນການປະຕິບັດຫຼັກສູດ ຂັ້ນຕົ້ນ ຮຸ່ນທີ II ມີພະນັກງານຄູ-ອາຈານຂຶ້ນຫ້ອງບັນລະຍາຍ ທັງໝົດ 20 ທ່ານ, ຍິງ 6 ທ່ານ, ໃນນັ້ນ ມີຄູ-ອາຈານຮັບເຊີນ 6 ທ່ານ, ຍິງ 1 ທ່ານ ແລະ ຄຸ-ອາຈານພາຍໃນ 13 ທ່ານ ຍິງ 5 ທ່ານ, ມີນັກສຶກສາທັງໝົດ 54    ທ່ານ, ຍິງ 24 ທ່ານ; ມາຈາກພະແນກການອ້ອມຂ້າງແຂວງ 24 ທ່ານ, ຍິງ 12 ທ່ານ, ມາຈາກ 4 ຕົວເມືອງ 19 ທ່ານ, ຍິງ 9 ທ່ານ ແລະ ມາຈາກສອງກໍາລັງປະກອບອາວຸດ ຂອງແຂວງ 11 ທ່ານ, ຍິງ 3 ທ່ານ;  ສຳເລັດການຮຽນ-ການສອນ 7 ກຸ່ມວິຊາ ມີ 11 ວິຊາຮຽນ = 41 ບົດ, ມີຫົວຂໍ້ລາຍງານເພີ່ມ 4 ຫົວຂໍ້ ແລະ ນຳໃຊ້ຊົ່ວໂມງທັງໝົດ 326 ຊມ. ຜ່ານການສຶກສາຮໍ່າຮຽນສາມາດສັງລວມຄະແນນສະເລ່ຍໝົດຊຸດຮຽນ ເກຣດ (A) ມີຈານວນ 52 ທ່ານ, ຍິງ 24 ທ່ານ = 96,29%, ຄະແນນ ເກຣດ (B+) ມີຈຳນວນ 2 ທ່ານ = 3,71%; ຕະຫຼອດຊຸດຮຽນສາມາດຈັດປະເພດນັກສຶກສາ ໄດ້ດັ່ງນີ້:

– ນັກສຶກສາ ດີເດັ່ນຮອບດ້ານມີ 50 ທ່ານ, ຍິງ 23 ທ່ານ.

– ນັກສຶກສາຮຽນດີ-ມີວິໄນ ມີຈຳນວນ 2 ທ່ານ.

– ນັກສຶກສາຮຽນດີ-ຮຽນເກັ່ງ ມີຈຳນວນ 2 ທ່ານ, ຍິງ 1 ທ່ານ.

ໃນພິທີ ຍັງໄດ້ຜ່ານ ມະຕິຕົກລົງ ສະບັບເລກທີ 651/ຄປພຂ, ລົງວັນທີ 27/12/2023 ວ່າດ້ວຍ ອະນຸມັດໃຫ້ພະນັກງານໄປຍົກລະດັບທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ ຮຸ່ນທີ III ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງເຊກອງ ປະຈຳປີ 2024 ຈຳນວນ 52 ທ່ານ, ຍິງ 19 ທ່ານ.

ໃນຕອນທ້າຍຂອງພິທີດັ່ງກ່າວ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫກຽດມອບໃບຢັ້ງຢືນການສຶກສາ ພ້ອມທັງໂອ້ລົມຕໍ່ພິທີ ທ່ານໄດ້ກ່າວຊົມເຊີຍຕໍ່ຜົນສຳເລັດ ຂອງນັກສຶກສາ ທີ່ໄດ້ສຳເລັດການສຶກສາຮໍ່າຮຽນ,  ຕາມຫຼັກສູດການຮຽນ-ການສອນ ຕໍ່ຜົນສຳເລັດທີ່ຍາດມາໄດ້ນັ້ນ ແມ່ນເກີດຈາກຫຼາຍສາເຫດ, ແຕ່ປັດໄຈສຳຄັນແມ່ນຍ້ອນບັນດານັກສຶກສາ ໄດ້ມີຄວາມພະຍາຍາມບຸກບືນ ຄົ້ນຄວ້າຮໍ່າຮຽນ ດ້ວຍຄວາມຮັບຜິດຊອບສູງ ພ້ອມກັນນັ້ນຄະນະນຳ ຂອງໂຮງຮຽນກໍຄື ພະນັກງານຄູ-ອາຈານ ໄດ້ເອົາໃຈໃສ່ ບໍລິຫານຄຸ້ມຄອງ ຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ເຮັດໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ທ່ານຍັງໄດ້ເນັ້ນໜັກໃຫ້ນັກສຶກສາທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ ຮຸ່ນທີ III ເປັນເຈົ້າການຄົ້ນຄວ້າຮ່ຳຮຽນ, ໃຊ້ເວລາໃຫ້ເປັນປະໂຫຍດ, ເວລາວ່າງຕ້ອງຊອກຮູ້ຈາກຫຼາຍພາກສ່ວນ, ທັງພາຍໃນ ແລະ ນອກໂຮງຮຽນ, ເປັນຕົ້ນໃນຫ້ອງສະໜຸດ, ໝູ່ເພື່ອນ ແລະ ອື່ນໆ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa