ໜ່ວຍພັກຮາກຖານທະນາຄານພັດທະນາລາວສາຂາ ເຊກອງ  ເປິດກອງປະຊຸມ ປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

ວັນທີ 12 ມັງກອນ 2024 ໜ່ວຍພັກຮາກຖານທະນາຄານພັດທະນາລາວສາຂາ ເຊກອງ ໄດ້ເປີດກອງປະຊຸມ ປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023. ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະກຳມະການຕິດຕາມ, ຊຸກຍູ້ການປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

ໃນກອງປະຊຸມ ຕາງໜ້າຄະນະໜ່ວຍພັກຮາກຖານ ໄດ້ຜ່ານບົດລາຍງານ ການກະກຽມປະເມີນຜົນ ພ້ອມທັງຜ່ານບົດສະຫຼຸບ ຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຂອງໜ່ວຍພັກຮາກຖານທະ ນາຄານພັດທະນາລາວສາຂາ ເຊກອງ; ໜ່ວຍພັກມີຄະແນນລວມ 9,2 ຄະແນນ ແລະ ໄດ້ປະເມີນຈັດປະເພດສະມາຊິກພັກແຂງມີ 12 ສະຫາຍ, ຍິງ 8 ສະຫາຍ ເທົ່າກັບ 85,71 %; ສະມາຊິກພັກກາງ 2 ສະຫາຍ ເທົ່າກັບ 14,28 %; ສາມາດຈັດປະເພດໜ່ວຍພັກເປັນໜ່ວຍພັກແຂງ ພ້ອມນັ້ນກໍໄດ້ຜ່ານທິດທາງການເຄື່ອນໄຫວ ປີ 2024; ຈາກນັ້ນບັນດາອົງການຈັດມະຫາຊົນ (ຊາວໜຸ່ມ, ແມ່ຍິງ, ກຳມະບານ), ຄະນະກຳມະການຕິດຕາມ, ຊຸກຍູ້ການປະເມີນຜົນຂັ້ນແຂວງ ແລະ ສະມາຊິກພັກ ໄດ້ປະກອບຄຳເຫັນໃສ່ຮ່າງເນື້ອໃນການຕີລາຄາດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສອດຄ່ອງ ຕາມມາດຖານເງື່ອນໄຂ ຂອງການປະເມີນກໍ່ສ້າງໜ່ວຍພັກ.

ຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກໃນໄລຍະຜ່ານມາ ຕາມ 5 ດ້ານ ໄດ້ມີຜົນສຳເລັດໃນການຈັດຕັ້ງປະຕິບັດ ແລະ ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກສືບຕໍ່ ເອົາໃຈໃສ່ນຳພາ-ຊີ້ນຳ ສະມາຊິກພັກຂອງຕົນປະຕິບັດລະບຽບຂອງພັກ, ປະຕິບັດວຽກງານວິຊາສະ ເພາະດ້ວຍຄວາມຮັບຜິດຊອບສູງ, ຮີບຮ້ອນປັບປຸງເນື້ືອໃນຕາມການຄົ້ນຄວ້າ, ແລກ ປ່ຽນເຊິ່ງກັນ ແລະ ກັນເພື່ອນຳສະເໜີຄະນະພັກຂັ້ນເທິງຄົ້ນຄ້ວາ, ພິຈາລະນາ ແລະ ຮັບຮອງຕາມລະບຽບການຂອງພັກ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa