ໜ່ວຍພັກຮາກຖານພະແນກການຕ່າງປະເທດແຂວງ ເປີດກອງປະຊຸມ ປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

ວັນທີ 3 ມັງກອນ 2024 ໜ່ວຍພັກຮາກຖານພະແນກການຕ່າງປະເທດແຂວງ ໄດ້ເປີດກອງປະຊຸມ ປະເມີນການກ່ໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023. ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະກຳມະການຕິດຕາມຊຸກຍູ້ການປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ, ມີຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ພາຍໃນພະແນກການຕ່າງປະເທດ ເຂົ້າຮ່ວມ 15 ສະຫາຍ, ຍິງ 5 ສະຫາຍ.

ໃນກອງປະຊຸມດັ່ງກ່າວ ຕາງໜ້າຄະນະໜ່ວຍພັກຮາກຖານ ໄດ້ຜ່ານບົດລາຍງານ ການກະກຽມປະເມີນຜົນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຕາມຂັ້ນຕອນ ແລະ ລະບຽບການຂອງພັກ; ໃນກອງປະຊຸມຍັງໄດ້ຜ່ານບົດສະຫຼຸບ ຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023; ສາມາດ ຈັດປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄະແນນລວມ 9 ຄະແນນ ແລະ ຈັດປະເພດໜ່ວຍພັກແຂງ, ໄດ້ຈັດປະເພດສະມາຊິກພັກແຂງ ມີ 13 ສະຫາຍ, ຍິງ 5 ສະຫາຍ, ສະມາຊິກພັກກາງ 2 ສະຫາຍ, ຍິງ 1 ສະຫາຍ  ແລະ ໄດ້ຜ່ານທິດທາງແຜນການ ປະຈໍາປີ 2024; ຈາກນັ້ນບັນດາອົງການຈັດມະຫາຊົນ (ຊາວໜຸ່ມ, ແມ່ຍິງ, ກຳມະບານ), ຄະນະກຳມະການຕິດຕາມ, ຊຸກຍູ້ປະເມີນຜົນຂັ້ນແຂວງ ແລະ ສະມາຊິກພັກ ໄດ້ປະກອບຄຳເຫັນໃສ່ຮ່າງເນື້ອໃນການຕີລາຄາດັ່ງກ່າວ ເພື່ອໃຫ້ຄົບຖ້ວນ ແລະ ສອດຄ່ອງຕາມມາດຖານເງື່ອນໄຂ ຂອງການປະເມີນກໍ່ສ້າງໜ່ວຍພັກ.

ຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນໃນການຈັດຕັ້ງປະ ຕິບັດໜ້າທີ່ການເມືອງຂອງພັກຢ່າງຕັ້ງໜ້າ, ຄະນະພັກ ແລະ ສະມາຊິກພັກພາຍໃນໜ່ວຍ ໄດ້ສັງລວມເອົາໝາກຜົນໃນການຈັດຕັ້ງປະຕິບັດນຳພາ-ຊີ້ນຳວຽກງານໃນໄລຍະຜ່ານມາ ດ້ວຍຄວາມເອົາໃຈໃສ່, ເປັນເອກະພາບ ແລະ ຮັບຜິດຊອບສູງ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ຄະນະຮັບຜິດຊອບຮີບຮ້ອນປັບປຸງ ບາງເນື້ືອໃນຕາມການຄົ້ນຄວ້າ, ແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອຈະນຳໄປສະເໜີຄະນະພັກຂັ້ນເທິງຄົ້ນຄ້ວາ, ພິຈາລະນາ ແລະ ຮັບຮອງຕາມລະບຽບການຂອງພັກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa