ໜ່ວຍພັກຮາກຖານ ຄະນະໂຄສະນາໂຄສະນາອົບຮົມແຂວງ ເປີດກອງປະຊຸມ ປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

ໃນວັນທີ 20 ທັນວາ 2023 ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມ ປະເມີນຜົນ ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະກຳມະການຕິດຕາມ, ຊຸກຍູ້ ປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ, ມີຄະນະໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 21 ສະຫາຍ, ຍິງ 10 ສະຫາຍ.

ໃນກອງປະຊຸມ ສະຫາຍ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2023 ແລະ ທິດທາງແຜນການ ປີ 2024, ຈາກນັ້ນບັນດາອົງການຈັດມະຫາຊົນ (ຊາວໜຸ່ມ, ແມ່ຍິງ, ກຳມະບານ), ຄະນະກຳມະການ ແລະ ສະມາຊິກພັກ ໄດ້ປະກອບຄຳເຫັນໃສ່ຮ່າງເນື້ອໃນການຕີລາຄາດັ່ງກ່າວ ເພື່ອໃຫ້ຄົບຖ້ວນຕາມມາດຖານເງື່ອນໄຂ ຂອງການປະເມີນກໍ່ສ້າງໜ່ວຍພັກ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ ນຳພາ-ຊີ້ນຳສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິ ວັດ, ມີຄວາມສາມັກຄີເອກະພາບພາຍໃນພັກ, ມີສະຕິລະວັງຕົວຕອບຕ້ານທຸກກົນອຸບາຍ ຂອງກຸ່ມຄົນບໍ່ຫັວງດີ, ຕື່ນຕົວເຄົາລົບລະບຽບພັກ ພ້ອມທັງຮຽກຮ້ອງໃຫ້ ເພີ່ມທະວີຄວາມເປັນເຈົ້າການປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດ ຊອບສູງ ເພື່ອເປັນເສນາທິການວຽກງານໃຫ້ຄະນະພັກ-ຄະນະໂຄສະນາອົບຮົມແຂວງ, ເຄື່ອນໄຫວຢ່າງຕັ້ງໜ້າໃນການຈັດ  ຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄືເປັນເສນາທິການໃຫ້ແກ່ການນຳແຂວງ ໃນວຽກງານໂຄສະນາ, ສືບຕໍ່ຮັກສາໄດ້ມູນເຊື້ອໃນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa