ໜ່ວຍຮາກຖານສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ຈັດພິທີປາຖະກະຖາວັນແມ່ຍິງສາກົນຄົບຮອບ 114 ປີ

 

ວັນທີ 6 ມີນາ 2024 ໜ່ວຍຮາກຖານສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີ ປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910 – 8 ມີນາ 2024) ພາຍໃຕ້ຄຳຂັວນ “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ” “Invest in women: Accelerate Progress”. ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍ ພ້ອມດ້ວຍສະມາຊິກ ສະຫະພັນແມ່ນຍິງພາຍໃນໜ່ວຍເຂົ້າຮ່ວມ 17 ທ່ານ.

ໃນພິທີ ທ່ານ ນາງ ຈັນສະໄໝ ວິໄລສານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ປະທານໜ່ວຍຮາກຖານສະຫະພັນແມ່ຍິງ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ເຊິ່ງກຳເນີດເກີດຂຶ້ນ ໃນທ່າມກາງສະພາບທີ່ ໂຮງຈັກ, ໂຮງງານອຸດສະຫະກຳ ຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ເວົ້າລວມ, ເວົ້າສະເພາະແມ່ນ ກຳມະກອນເພດຍິງ, ແມ່ຍິງຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງ, ມາຮອດປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກ້ວາງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີລົບ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນ ຫຼວງ ຂອງປະເທດເດນມາກ (Copenhagen Denmark), ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ, ເຊິ່ງໄດ້ຮັບຮອງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ ເຊິ່ງແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານ ໃນທົ່ວໂລກເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ. ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນ “ວັນແມ່ຍິງສາກົນ.

ໃນຕອນທ້າຍ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ  ໃຫ້ກຽດໂອ້ລົມຕໍ່ພິທີ  ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ  ຂອງວັນແມ່ຍິງສາກົນ ເຊິ່ງເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງສິດຜົນປະໂຫຍດອັບຊອບທຳ ໃຫ້ແກ່ແມ່ຍິງຊາວຜູ້ອອກ ແຮງງານ ຍາດໄດ້ໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນ.  ພ້ອມທັງສຶກສາອົບຮົມໃຫ້ແມ່ຍິງພາຍໃນໜ່ວຍເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ຕັ້ງໜ້າພັດທະນາເສດຖະກິດຄອບຄົວໃຫ້ມີຄວາມສົມບູນ ເພື່ອຍົກສູງບົດບາດຂອງຕົນ ກໍຄືຍົກສູງບົດບາດຂອງແມ່ຍິງໃຫ້ນັບມື້ນັບສູງຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa